ບາຫລີຫ້າມໃຊ້ປລາສະຕິກ-ຕັ້ງເປົ້າຫລຸດ ໃຫ້ໄດ້ 70% ພາຍໃນປີ 2019
ບາຫລີ ເກາະທ່ອງທ່ຽວຊື່ດັງຂອງອິນໂດເນເຊຍ ດຳເນີນມາດຕະການຫລຸດມົນລະພິດທາງທະເລຄັ້ງໃຫຍ່ ໂດຍການອອກກົດລະບຽບຫ້າມໃຫ້ປລາສະຕິກໃຊ້ເທື່ອດຽວຖິ້ມເຊັ່ນ: ຖົງປລາສະຕິກໃສ່ເຄື່ອງ, ກ່ອງ ຫລື ຜະລິດຕະພັນຜະລິດຈາກໂຟມທຸກປະເພດ ແລະ ຫລອດປລາສະຕິກ.
ທ່ານ ວາຢັນ ຄອສເຕີ ເຈົ້າແຂວງບາຫລີ ຕັ້ງຄວາມຫວັງວ່າ: ຄວາມພະຍາຍາມຄັ້ງນີ້ຈະຊ່ວຍຫລຸດປະລິມານຂີ້ເຫຍື້ອປລາສະຕິກໃນທະເລໄດ້ປີລະປະມານ 70% ໂດຍຕັ້ງເປົ້າໃສ່ກຸ່ມຜູ້ຜະລິດ, ຜູ້ກະຈາຍສິນຄ້າ, ຊັບພາຍເອີ ແລະ ຜູ້ມີສ່ວນຮ່ວມທຸກຄົນໃນຂະແໜງທຸລະກິດ ລວມທັງປະຊາຊົນທົ່ວໄປ ເພື່ອປຸກລະດົມຫລຸດ-ລະ-ເລີກໃຊ້ປລາສະຕິກໃຊ້ເທື່ອດຽວ ແລະ ຫັນໄປໃຊ້ວັດສະດຸອື່ນແທນວັດສະດຸຈາກປລາສະຕິກ.
ເຈົ້າແຂວງບາຫລີ ລະບຸອີກວ່າ: ມາດຕະການຂວ້ຳບາດການໃຊ້ປລາສະຕິກຄັ້ງນີ້ ຈະຄວບຄຸມເຖິງຂະແໜງທຸລະກິດທີ່ບໍ່ປະຕິບັດຕາມແຜນຫ້າມໃຊ້ປລາສະຕິກ, ຖ້າທາງການກວດພົບຈະຖືກຢຶດໃບອະນຸຍາດປະກອບການ ຫລື ບໍ່ໄດ້ຮັບການຕໍ່ເວລາອາຍຸໃບປະກອບການນຳອີກ.