ມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງກອງທັບ
December 26, 2018 - 9:40 PM
ພິທີປະກາດແຕ່ງຕັ້ງທ່ານ ພົນຕີ ທອງລອຍ ສິລິວົງ ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ເຈົ້າແຂວງໄຊສົມບູນ ເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ແທນທ່ານ ພົນໂທ ວິໄລ ຫລ້າຄຳຟອງ ທີ່ໄປຮັບໜ້າທີ່ໃໝ່ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ມີຂຶ້ນເມື່ອບໍ່ດົນນີ້ ຢູ່ກະຊວງດັ່ງກ່າວ ໂດຍມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມ ເພື່ອປະຕິບັດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ, ເພື່ອຮັບປະກັນການປະຕິບັດໜ້າທີ່ການເມືອງ ກໍຄືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະໃໝ່ມີປະສິດທິພາບດີຂຶ້ນ.