ຄວາມທຸກຍາກ: ອຸປະສັກທີ່ຕ້ອງຂ້າມຜ່ານ
ເຖິງວ່າລະດັບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຈະມີການຂະຫຍາຍຕົວຢ່າງຕໍ່ເນື່ອງຫຼາຍປີຜ່ານມາ ແຕ່ອັດຕາຄວາມທຸກຍາກຍັງເປັນສິ່ງຖ່ວງດຶງຂອງຄວາມກ້າວໜ້າຫຼາຍດ້ານຂອງປະເທດ.
ໃນຊ່ວງໜຶ່ງທົດສະຫວັດທີ່ຜ່ານມາ ພວກເຮົາຮັບຮູ້ວ່າ ການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ ແມ່ນບໍ່ຫຼຸດ 6% ຕໍ່ປີ ເຊິ່ງຈັດຢູ່ໃນລະດັບແຖວໜ້າຂອງພາກພື້ນ ເລື່ອງຄວາມຄຶກຄື້ນທາງດ້ານເສດຖະກິດ ໃຜໆກໍສະອອນ ນຳບັນດາໂຄງການຕ່າງປະເທດທີ່ຫຼັ່ງໄຫຼເຂົ້າມາລົງທຶນໃນປະເທດເພີ່ມຂຶ້ນ ຢ່າງເນື່ອງນິດລຽນຕິດ.
ແຕ່ໃນເດືອນ ມິຖຸນາ 2018 ທີ່ຜ່ານມາ ທ່ານນາຍົກໄດ້ປະກາດຈະແຈ້ງວ່າ ສປປລາວ ຍັງບໍ່ສາມາດຫຼຸດພົ້ນຈາກ ສະຖານະພາບ ປະເທດດ້ອຍພັດທະນາໄດ້ເທື່ອ ໃນປີ 2020 ແລະ ເລື່ອໄປເປັນປີ 2024 ແທນ ເນື່ອງຈາກ ຍັງບໍ່ສາມາດບັນລຸຄາດໝາຍ ທາງດ້ານດັດສະນີຄວາມບອບບາງຂອງເສດຖະກິດ ເຊິ່ງສິ່ງດັ່ງກ່າວ ກໍເຊື່ອມໂຍງກັບ ອັດຕາຄວາມທຸກຍາກ ຂອງປະຊາຊົນທີ່ມີຢູ່ເຊັ່ນກັນ.
ພ້ອມນັ້ນ, ເມື່ອມໍ່ໆມານີ້ລັດຖະບານໄດ້ລາຍງານວ່າ :ເຖິງແມ່ນວ່າຈະສາມາດລຶບລ້າງຄວາມທຸກຍາກ ໄດ້ເປັນສ່ວນຫຼາຍ ແຕ່ຍັງເຫຼືອ 64.593 ຄອບຄົວ ທົ່ວປະເທດ ທີ່ຍັງທຸກຍາກຢູ່ ເຊິ່ງນັບວ່າ ເປັນຈຳນວນທີ່ຫຼາຍສົມຄວນ. ພ້ອມນັ້ນ, ໃນກອງປະຊຸມ ທົບທວນແຜນງານການຮ່ວມມືປະຈຳປີ 2018 ລະຫວ່າງ ລັດຖະບານລາວ ແລະອົງການສະຫະປະຊາຊາດ ສຳລັບເດັກ ໃນເດືອນທັນວາ 2018 ນີ້ ໃຫ້ຮູ້ວ່າ ເດັກນ້ອຍໃນລາວ 70% ແມ່ນກຳລັງປະເຊີນກັບຄວາມທຸກຍາກຂາດເຂີນ, ຖ້າພໍ່ແມ່ ທຸກຍາກ ເດັກນ້ອຍກໍໄດ້ປະເຊີນໜ້າກັບຄວາມທຸກຍາກເຊັ່ນກັນ.
ໃນໄລຍະຜ່ານມາ ກໍຄືປັດຈຸບັນລັດຖະບານກໍໄດ້ພະຍາຍາມ ສຸດຂີດໃນການ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໂດຍສະເພາະ ການສ້າງຕັ້ງ ກອງທຶນລຶບລ້າງຄວາມທຸກຍາກ (ທລຍ) ໃນປີ 2003 ເຊິ່ງກາຍເປັນກຳລັງສຳຄັນຂອງລັດຖະບານ ໃນການເຮັດວຽກ ເພື່ອຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະໃນໂອກາດ ຄົບຮອບ 15 ປີ ໃນປີ 2018 ທີ່ສ້າງກອງທຶນດັ່ງກ່າວ ກໍເຫັນວ່າ ຜູ້ໄດ້ຮັບຜົນປະໂຫຍດ ກວມເອົາ 1,2 ລ້ານຄົນ ໃນ 10 ແຂວງທີ່ທຸກຍາກ ເຊິ່ງກໍກາຍເປັນບາດກ້າວສຳຄັນ ອັນໜຶ່ງທີ່ຈະເສີມຂະຫຍາຍວຽກງານຂຶ້ນຕຶ່ມ.
ໃນເວລາດຽວກັນນັ້ນ, ລັດຖະບານໄດ້ສະເໜີທິດທາງໃນການພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ ໃນປີ 2019 ໂດຍໄດ້ຈັດສັນງົບປະມານ 2.548 ຕື້ກີບ ເພື່ອສຸມໃສ່ສ້າງຄອບຄົວໃຫ້ມີເງື່ອນໄຂບັນລຸມາດຖານພົ້ນທຸກໃຫ້ໄດ້ 4.649 ຄອບຄົວ, ສ້າງບ້ານໃຫ້ມີເງື່ອນໄຂບັນລຸມາດຖານພົ້ນທຸກ 220 ບ້ານ, ສ້າງບ້ານພັດທະນາ ໃຫ້ໄດ້ 100 ບ້ານ. ພ້ອມກັນນີ້, ຈະສ້າງຕົວແບບບ້ານໃຫຍ່ມີລັກສະນະຕົວເມືອງນ້ອຍ ໃນຊົນນະບົດໃຫ້ໄດ້ ແຂວງລະ 1-2 ບ້ານ.
ຄວາມທຸກຍາກ ຍັງແມ່ນວຽກບູລິມະສິດທີ່ຕ້ອງໄດ້ສຸມໃສ່ຢ່າງຈິງຈັງ, ເຖິງແມ່ນວ່າ ການລາຍງານ ການຂະຫຍາຍຕົວເສດຖະກິດສູງເທົ່າໃດ ກໍມີຄວາມໝາຍໜ້ອຍ ຖ້າຫາກຊີວິດການເປັນຢູ່ຂອງປະຊາຊົນ ສ່ວນໃຫຍ່ຍັງທຸກຍາກຂາດເຂີນ, ການບໍລິການ ສາທາລະນະຍັງມີຄຸນນະພາບຕໍ່າ.