ປີ 2018 ຢູ່ນະຄອນຫລວງວຽງຈັນມີອຸປະຕິເຫດເກີດຂຶ້ນ 1.223 ກໍລະນີສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 238 ຄົນ


ເຈົ້າໜ້າທີ່ຈະລາຈອນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນປີ 2018 ຢູ່ນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນ 1.223 ກໍລະນີ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 238 ຄົນ, ທຽບໃສ່ປີຜ່ານມາເຫັນວ່າມີລັກສະນະຮ້າຍແຮງຂຶ້ນ ແລະ ມີຜູ້ເສຍຊີວິດຈາກອຸປະຕິເຫດດັ່ງກ່າວເພີ່ມຂຶ້ນຫລາຍ, ສາເຫດຫລັກແມ່ນມາຈາກຜູ້ຂັບຂີ່ດື່ມສິ່ງມືນເມົາກວມ 80%, ສ່ວນໃຫຍ່ແມ່ນກຳມະກອນ ແລະ ເສັ້ນທາງທີ່ມັກເກີດອຸປະຕິເຫດຫລາຍທີ່ສຸດແມ່ນເສັ້ນທາງເລກ 13 ໃຕ້, ເສັ້ນທາງທ່າເດື່ອ, ກຳແພງເມືອງ ເລົ່ານີ້ເປັນຕົ້ນຄື: (1) ໃນວັນທີ 14 ທັນວານີ້ຢູ່ເຂດບ້ານໂນນສະອາດເມືອງໄຊທານີ ໄດ້ເກີດອຸປະຕິເຫດໄວລຸ້ນ 2 ຄົນຂີ່ລົດຈັກຕຳກັນຢ່າງຮຸນແຮງເຮັດໃຫ້ເສຍຊີວິດຄາທີ່, (2) ໃນວັນທີ 24 ຕຸລາຜ່ານມາ ຢູ່ເຂດບ້ານອ່າງນ້ອຍເມືອງສັງທອງ ໄດ້ເກີດອຸປະຕິເຫດລົດຈັກຕຳກັນແລ້ວເຈືອກໄປຕຳລົດກະບະ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່. (3) ເວລາຄ້າຍແລງຂອງວັນທີ 10 ພະຈິກນີ້ ໄດ້ເກີດອຸປະຕິເຫດລົດໃຫຍ່ຕຳກັບລົດຈັກເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 2 ຄົນ. (4) ໃນວັນທີ 11 ກໍລະກົດຜ່ານມາ ໄດ້ເກີດອຸປະຕິເຫດຢູ່ເຂດບ້ານໜອງແຫ້ວເມືອງຫາດຊາຍຟອງນະຄອນຫລວງວຽງຈັນ ລົດໃຫຍ່ຕຳທ້າຍລົດຈັກຢ່າງແຮງ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ 2 ຄົນ, (5) ໃນຄ້າຍຄ່ຳຂອງວັນທີ 7 ມິຖຸນາຜ່ານມາ, ໄດ້ເກີດອຸປະຕິເຫດລົດກະບະຮຸນໄດ ຕຳລົດຈັກຢູ່ເຂດບ້ານໃໝ່ເສັ້ນທາງຫລວງເລກ 11 ເມືອງສີໂຄດຕະບອງ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 3 ຄົນ. (6) ເວລາປະມານ 21 ໂມງຂອງວັນທີ 20 ມັງກອນ, ໄດ້ເກີດອຸປະຕິເຫດລົດຈັກຕຳລົດໃຫຍ່ຢູ່ເຂດບ້ານພະຂາວເມືອງໄຊທານີ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 2 ຄົນ ແລະ (7) ໃນເວລາ 21 ໂມງຂອງວັນທີ 24 ກຸມພາຜ່ານມາ, ໄດ້ເກີດອຸປະຕິເຫດລົດໃຫຍ່ຕຳຄົນຍ່າງຢູ່ເຂດບ້ານ ນາໄຫເມືອງຫາດຊາຍຟອງ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 2 ຄົນ ແລະ ບາດເຈັບສາຫັດ 4 ຄົນ, ຂະນະທີ່ຜູ້ຂັບຂີ່ລົດໃຫຍ່ໄດ້ຂັບໜີໄປ, ກ່ອນເຈົ້າໜ້າທີ່ຈະນຳຈັບຕົວມາດຳເນີນຄະດີໄດ້ໃນມື້ຶ້ຕໍ່ມາ.