ອິນໂດເນເຊຍຍົກລະດັບເຕືອນໄພ ພູໄຟອານັກ ກຣາກາຕົວ
ໜ່ວຍງານລັດຖະບານຂອງອິນໂດເນເຊຍປະກາດຍົກລະດັບການເຕືອນໄພຈາກເຫດພູໄຟອານັກ ກຣາກາຕົວ ບໍລິເວນຊ່ອງແຄບຊຸນດາ ລະຫວ່າງເກາະຊຸະວາ ແລະ ເກາະສຸມາດຕາ ໂດຍລະບຸວ່າ: ໄພຈາກພູໄຟຍັງຢູ່ໃນລະດັບອັນຕະລາຍ ຫລັງການລະເບີດຂອງພູໄຟໜ່ວຍນີ້ໄດ້ສ້າງໃຫ້ເກີດຄື້ນສຶນາມິ ໃນທ້າຍອາທິດຜ່ານມາ ແລະ ຂ້າຊີວິດປະຊາຊົນຈຳນວນຫລາຍ.
ສຳນັກງານບັນເທົາໄພພິບັດວິທະຍາ ແລະ ວິທະຍາພູໄຟ ກ່າວວ່າ: ລະດັບການເຕືອນໄພຈາກພູໄຟອານັກ ກຣາກາຕົວ ເພີ່ມຂຶ້ນສູ່ລະດັບ 3 ເມື່ອເວລາ 6 ໂມງເຊົ້າຕາມເວລາທ້ອງຖິ່ນ, ພ້ອມແນະນຳໃຫ້ປະຊາຊົນໃນທ້ອງຖິ່ນ ແລະ ນັກທ່ອງທ່ຽວຢູ່ຫ່າງຈາກລັດສະໝີ 5 ກິໂລແມັດຈາກພູໄຟໜ່ວຍນີ້.
ລາຍງານລະບຸວ່າ: ແຮງລະເບີດຈາກພູໄຟອານັກ ກຣາກາຕົວ ເຄີຍກໍ່ໃຫ້ເກີດຄື້ນສຶນາມິໃນປີ 1883 ຖືເປັນການລະເບີດຄັ້ງຮຸນແຮງທີ່ສຸດໃນຍຸກປັດຈຸບັນ ໂດຍໄດ້ຂ້າຊີວິດຄົນຫລາຍກວ່າ 36.000 ຄົນ.
ສຳນັກຂ່າວກຽວໂຕ ລາຍງານວ່າ: ການພັງທະລາຍລົງຂອງປ່ອງພູໄຟດັ່ງກ່າວໃນວັນທີ 23 ທັນວາ ເຮັດໃຫ້ເກີດດິນຖະຫລົ່ມໃຕ້ຜືນນ້ຳ ແລະ ສົ່ງຜົນໃຫ້ເກີດຄື້ນສຶນາມິພັດຖະຫລົ່ມແຄມຝັ່ງໃນແຂວງບັນເຕິນ ທາງຕາເວັນຕົກຂອງເກາະຊະວາ ແລະ ແຂວງລຳປຸງ ທາງຕອນໃຕ້ຂອງເກາະສຸມາດຕາ. ຂະນະທີ່ຈຳນວນຜູ້ເສຍຊີວິດຈາກຄື້ນສຶນາມິໃນຄັ້ງນີ້ເພີ່ມຂຶ້ນກວ່າ 430 ຄົນ, ຜູ້ສູນຫາຍ 159 ຄົນ ແລະ ຜູ້ບາດເຈັບ 1.495 ຄົນ. ອີກທັງມີຜູ້ບໍ່ມີບ່ອນຢູ່ອາໄສຈຳນວນເກືອບ 22.000 ຄົນ.