ນະຄອນຫລວງສັ່ງປິດຫລາຍໂຮງງານທີ່ມີບັນຫາດ້ານສິ່ງແວດລ້ອມ
ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້, ໄດ້ມີປະຊາຊົນສະເຫນີຫາກອງປະຊຸມວ່າ: ປັດຈຸບັນ, ໄດ້ມີໂຮງງານຫລາຍແຫ່ງຢູ່ນະຄອນຫລວງວຽງຈັນ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ເຊັ່ນ: ໂຮງງານຜະລິດດິນຈີ່ຕຸ່ຍແນັນເຫວີນເຈືອງ ຢູ່ບ້ານ ໂນນສະອາດເມືອງໄຊທານີ, ໂຮງງານກັ່ນນ້ຳມັນເຄື່ອງເກົ່າຢູ່ບ້ານໝາກນາວດົງ ເມືອງປາກງື່ມ, ໂຮງງານແຍກສິ້ນສ່ວນເຄື່ອງອີເລັກໂຕຣນິກ (ຊັນເຊວລີນິວເອໂບລີສອດ) ຕັ້ງຢູ່ບ້ານໂຄກສະຫວ່າງເມືອງໄຊທານີ ແລະ ໂຮງງານອື່ນໆ.
ຕໍ່ກັບບັນຫາດັ່ງກ່າວ, ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ປີ 2017 ເປັນຕົ້ນມາ, ຂະແໜງການຕົນໄດ້ຮັບການສະເຫນີຮ້ອງຮຽນຈາກປະຊາຊົນໃຫ້ລົງກວດກາການດຳເນີນທຸລະກິດຂອງບັນດາໂຮງຈັກໂຮງງານຈໍານວນໜຶ່ງທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ຜ່ານການກວດກາຕົວຈິງພົບວ່າ: ມີບາງບໍລິສັດລອກລັກດຳເນີນທຸລະກິດບໍ່ຖືກຕ້ອງຕາມລະບຽບການ, ສະນັ້ນ ຈຶ່ງໄດ້ສັ່ງໃຫ້ຢຸດເຊົາການດຳເນີນທຸລະກິດຖາວອນເຊັ່ນ: ໂຮງງານລາວອິດສະຕາເກດສ່ວນບຸກຄົນ, ໂຮງງານກັ່ນຕອງນ້ຳມັນເຕົາບໍລິສັດ ວຽງຈັນທາຍ ຣິຟາຍເນີຣີ ຈຳກັດ ແລະ ບໍລິສັດອື່ນໆ, ພ້ອມນັ້ນ ກໍໄດ້ແນະນໍາບາງບໍລິສັດ ລວມທັງຟາມລ້ຽງໝູຫລາຍແຫ່ງໃຫ້ມີການປັບປຸງລະບົບສິ່ງແວດລ້ອມດີຂຶ້ນ.

ຕໍ່ກັບໂຮງງານດິນຈີ່ຕຸ່ຍເຫວີນເຈືອງດຳເນີນກິດຈະການຜະລິດດິນຈີ່ທັນສະໄໝ, ແຕ່ກ່ອນທາງໂຮງງານໃຊ້ການຈູດຖ່ານຫີນເປັນເຊື້ອເພິງເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບ ແລະ ເຈົ້າຂອງກິດຈະການກໍໄດ້ປັບປຸງແກ້ໄຂ, ໂດຍໄດ້ຕິດຕັ້ງລະບົບບຳບັດຄວັນຜ່ານລະບົບອາຍນ້ຳ ແລະ ຫລຸດຜ່ອນການນຳໃຊ້ຖ່ານຫີນ ໂດຍເອົາຂີ້ແກບມາເປັນເຊື້ອເພີງທົດແທນ ແລະ ຜ່ານການກວດກາເຫັນວ່າຢູ່ໃນເກນມາດຕະຖານສິ່ງແວດລ້ອມແຫ່ງຊາດກໍານົດ ແລະ ບັນຫາກິ່ນຂິວຫລຸດລົງ, ສະນັ້ນຈຶ່ງຈະໄດ້ມີການກວດກາຕິດຕາມໄປແຕ່ລະໄລຍະ.
ທ່ານ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ສຳລັບໂຮງງານແຍກສິ້ນສ່ວນເຄື່ອງໄອທີ (ຊັນເຊວລີນິວເອໂບລີສອດ) ຕັ້ງຢູ່ບ້ານໂຄກສະຫວ່າງເມືອງໄຊທານີນະຄອນຫລວງວຽງຈັນ ໂຮງງານດັ່ງກ່າວດຳເນີນກິດຈະການແຍກສິ້ນສ່ວນຄອມພິວເຕີເພື່ອຫລອມເປັນທອງແດງ, ປັດຈຸບັນຫ້ອງວ່າການລັດຖະບານອອກແຈ້ງການໃຫ້ໂຮງງານທີ່ແຍກ, ຫລອມເຄື່ອງໃຊ້ເອເລັກໂຕນິກຢຸດຕິການຜະລິດ ແລະ ຫ້າມນຳເຂົ້າເຄື່ອງໃຊ້ເອເລັກໂຕນິກເກົ່າຈາກຕ່າງປະເທດເຂົ້າມາໃນ ສປປ ລາວ, ສະນັ້ນ ໂຮງງານດັ່ງກ່າວແມ່ນໄດ້ຖືກສັ່ງຢຸດແລ້ວ ແຕ່ໂຮງງານຍັງລັກຈູດເສດເຄື່ອງເອເລັກໂຕນິກບາງເວລາ ເຮັດໃຫ້ປະຊາຊົນໃກ້ຄຽງໄດ້ຮັບຜົນກະທົບກິ່ນຂິວ ແລະ ຜ່ານມາອຳນາດການປົກຄອງບ້ານ ແລະ ເຈົ້າໜ້າທີ່ ໄດ້ເຮັດບົດບັນທຶກໃຫ້ຢຸດເຊົາ 2 ຄັ້ງແລ້ວ, ແຕ່ຜູ້ປະກອບການຍັງບໍ່ເຊົາ ສະນັ້ນ ຈຶ່ງຈະໄດ້ດຳເນີນມາດຕະການເຂັ້ມງວດຕາມລະບຽບກົດໝາຍ.