ອາຊາ ຢືນຢັນຖ້າຕັດສິນອະນາຄົດຕອນຈົບລະດູການ
ເອແດັນ ອາຊາ ປີກຊາວເບລຢ້ຽມ ຂອງ ເຊລຊີ ເນັ້ນຈະແຈ້ງວ່າ ຈະຕັດສິນອະນາຄົດຂອງຕົນເອງຕອນຈົບລະດູການນີ້, ພ້ອມເປີດເຜີຍວ່າ ຮູ້ສຶກວ່າຕົນເອງຫລິ້ນໄດ້ດີໃນຕອນຖືກຍ້າຍໄປເປັນກອງໜ້າຄືກັນ.
ເອແດັນ ອາຊາ ປີກຄົນເກັ່ງຂອງ ເຊລຊີ ສະໂມສອນຍັກໃຫຍ່ແຫ່ງ ພຣີເມຍລີກ ອັງກິດ ຢືນຢັນວ່າຕົນຈະຕັດສິນໃຈເລື່ອງອະນາຄົດຂອງຕົນເອງຫລັງຈົບລະດູການນີ້ ຫລັງຈາກລາວຕົກເປັນຂ່າວກ່ຽວກັບການຍ້າຍທີມຢ່າງຕໍ່ເນື່ອງ.
ອາຊາ ຍ້າຍຈາກ ລີລ ມາຢູ່ກັບ ເຊລຊີ ໃນປີ 2012 ເຊິ່ງລາວໄດ້ສ້າງຜົນງານຢ່າງດີຕໍ່ເນື່ອງ ໂດຍຫລ້າສຸດຫາກໍຍິງຄົນດຽວ 2 ປະຕູ ໃນເກມລີກນັດທີ່ຕົ້ນສັງກັດບຸກໄປຊະນະ ວັດຟອດ 2-1 ໃນວັນທີ 26 ທັນວາຜ່ານມາ ຈົນເຮັດໃຫ້ຕອນນີ້ລາວຍິງໃຫ້ ເຊລຊີ ລວມແລ້ວ 101 ລູກຈາກການລົງຫລິ້ນໃນທຸກລາຍການ.
ທັງນີ້ ອາຊາ ຈະໝົດສັນຍາກັບ ເຊລຊີ ໃນປີ 2020 ເຊິ່ງຈົນຮອດຕອນນີ້ດາວເຕະຊາວເບລຢ້ຽມຍັງບໍ່ໄດ້ເຊັນສັນຍາສະບັບໃໝ່ກັບທີມ ທ່າມກາງກະແສຂ່າວລືວ່າ ຣີລ ມາດຣິດ ໃຫ້ຄວາມສົນໃຈຈະຄວ້ານັກເຕະໄວ 27 ປີໄປຮ່ວມທີມ ໂດຍກ່ອນໜ້ານີ້ລາວບອກເອງວ່າຈະຕັດສິນອະນາຄົດຫລັງຈົບລະດູການນີ້ ແລະ ຫລ້າສຸດລາວຍັງຢືນຢັນຄືເກົ່າ.