ເກີດເຫດແຟນບານປະທະກັນເສຍຊີວິດ ນັດທີ່ ອິນເຕີ ມິລານ ພົບ ນາໂປລີ

ເກີດເຫດແຟນບານປະທະກັນເສຍຊີວິດ ນັດທີ່ ອິນເຕີ ມິລານ ພົບ ນາໂປລີ - 49184657 2012730842140958 2103784743765016576 n - ເກີດເຫດແຟນບານປະທະກັນເສຍຊີວິດ ນັດທີ່ ອິນເຕີ ມິລານ ພົບ ນາໂປລີ
ເກີດເຫດແຟນບານປະທະກັນເສຍຊີວິດ ນັດທີ່ ອິນເຕີ ມິລານ ພົບ ນາໂປລີ - kitchen vibe - ເກີດເຫດແຟນບານປະທະກັນເສຍຊີວິດ ນັດທີ່ ອິນເຕີ ມິລານ ພົບ ນາໂປລີ

      ເຫດເກີດຂຶ້ນໃນຄືນວັນທີ 26 ທັນວາ 2018 ຜ່ານມາ ກ່ອນການແຂ່ງຂັນເຕະບານ ກາວໂຊ້ ເຊຣີອາ ອີຕາລີ ນັດທີ 18 ລະຫວ່າງ ອິນເຕີ ມິລານ ເປີດບ້ານພົບກັບ ນາໂປລີ ຊຶ່ງເປັນອີກໜຶ່ງຄູ່ທີ່ພົບກັນຍາມໃດດຸເດືອດທັງນອກສະໜາມ ແລະ ໃນສະໜາມ, ເມື່ອແຟນບານທັງສອງສະໂມສອນປະທະກັນເກືອບ 100 ຄົນ ຈົນເຮັດໃຫ້ມີຜູ້ບາດເຈັບຫລາຍລາຍ ໃນນີ້ເສຍຊີວິດ 1 ຄົນ ເປັນແຟນບານເຈົ້າບ້ານ ອິນເຕີ ມິລານ ໄວ 35 ປີ ແພດກວດພົບວ່າ: ແຟນບານຄົນນີ້ຖືກຂອງແຂງກະທົບຈົນນັອກຄາຈຸດເກີດເຫດ (ຍັງບໍ່ຊັດເຈນວ່າຖືກສິ່ງໃດກະທົບ) ຊຶ່ງແພດພະຍາຍາມຊ່ວຍສຸດຄວາມສາມາດແຕ່ບໍ່ສາມາດກອບກູ້ຊີວິດຂອງແຟນບານຜູ້ໂຊກຮ້າຍຄົນນີ້ໄວ້ໄດ້.

        ເຫດການນີ້ ເຈົ້າໜ້າທີ່ຕໍາຫລວດກຳລັງເລັ່ງສືບສວນ-ສອບສວນ ເພື່ອນຳຜູ້ກະທຳຜິດມາລົງໂທດຕາມກົດໝາຍ, ເຫດການແບບນີ້​ເກີດຂຶ້ນຫລາຍຄັ້ງຜ່ານມາ, ບາງຄັ້ງກໍມີ ແລະ ບໍ່ມີຜູ້ເສຍຊີວິດ ກາຍເປັນບັນຫາທີ່ຊໍ້າເຮື້ອ ຕັ້ງແຕ່ອະດີດຈົນມາເຖິງປັດຈຸບັນ ທີ່ພາກສ່ວນກ່ຽວຂ້ອງຕ້ອງໄດ້ຫາວິທີທາງໃຊ້ມາດຕະການຄຸມເຂັ້ມເພື່ອຮັກສາຄວາມປອດໄພໃຫ້ຮັດກຸມກວ່າເກົ່າ.

ເກີດເຫດແຟນບານປະທະກັນເສຍຊີວິດ ນັດທີ່ ອິນເຕີ ມິລານ ພົບ ນາໂປລີ - Visit Laos Visit SALANA BOUTIQUE HOTEL - ເກີດເຫດແຟນບານປະທະກັນເສຍຊີວິດ ນັດທີ່ ອິນເຕີ ມິລານ ພົບ ນາໂປລີ
ເກີດເຫດແຟນບານປະທະກັນເສຍຊີວິດ ນັດທີ່ ອິນເຕີ ມິລານ ພົບ ນາໂປລີ - 5 - ເກີດເຫດແຟນບານປະທະກັນເສຍຊີວິດ ນັດທີ່ ອິນເຕີ ມິລານ ພົບ ນາໂປລີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!