ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ສໍາເລັດດ້ວຍຜົນຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ i ສໍາເລັດດ້ວຍຜົນຈົບງາມ - Untitled 1 copy 7 - ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ສໍາເລັດດ້ວຍຜົນຈົບງາມ
ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ i ສໍາເລັດດ້ວຍຜົນຈົບງາມ - kitchen vibe - ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ສໍາເລັດດ້ວຍຜົນຈົບງາມ

    ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ອັດລົງດ້ວຍຜົນສໍາເລັດຈົບງາມ ໃນວັນທີ 28 ທັນວານີ້, ພາຍຫຼັງໄດ້ດໍາເນີນມາເປັນເວລາ 4 ວັນ, ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີ ບັນດາສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນເຂົ້າຮ່ວມ.

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ i ສໍາເລັດດ້ວຍຜົນຈົບງາມ - Untitled 1 copy 1 - ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ສໍາເລັດດ້ວຍຜົນຈົບງາມ

    ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ຕະຫຼອດໄລຍະເວລາ 4 ວັນຜ່ານມາ, ບັນດາທ່ານຜູ້ແທນກອງປະຊຸມ ໄດ້ສຸມທຸກສະຕິປັນຍາໃນການຄົ້ນຄວ້າ, ປະກອບຄໍາຄິດເຫັນຢ່າງມີເຫດຜົນ, ມີເນື້ອໃນທີ່ເລີກເຊິ່ງ, ພ້ອມທັງມີຄວາມເປັນເອກະພາບສູງໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຕ່າງໆ ຂອງນະຄອນຫຼວງວຽງຈັນ ດັ່ງນີ້: ຮັບເອົາບົດລາຍງານຂອງອົງການປົກຄອງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະານ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019. ຮັບຮອງເອົາບົດລາຍງານ ຂອງອົງການກວດສອບແຫ່ງລັດ ປະຈໍາພາກກາງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019, ບົດລາຍງານຂອງການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2017 ຂອງນະຄອນຫຼວງວຽງຈັນ. ຮັບຮອງເອົາການສະເໜີຍົກຍ້າຍ ທ່ານຫົວໜ້າພະແນກ ສາທາລະນະສຸກນະຄອນຫຼວງຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ກະຊວງສາທາລະນະສຸກ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງຫົວໜ້າພະແນກ ສາທາລະນະສຸກ ນະຄອນຫຼວງ ຜູ້ໃໝ່. ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ນະຄອນຫຼວງວຽງຈັນ. ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I. ນອກນີ້, ກອງປະຊຸມຍັງໄດ້ຮັບຮອງເອົາບົດລາຍງານ ການຊີ້ແຈງບາງບັນຫາສໍາຄັນ ແລະ ພົ້ນເດັ່ນ ຂອງນະຄອນຫຼວງວຽງຈັນ ຄື: ບັນຫາການຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈາກບາງໂຄງການພັດທະນາ, ບັນຫາການໃຊ້ສານເຄມີ, ການສ້າງມົນລະພິດຕໍ່ສິ່ງແວດລ້ອມ, ບັນຫາການອອກໃບຕາດິນ, ການກໍ່ສ້າງເສັ້ນທາງທີ່ບໍ່ໄດ້ມາດຕະຖານ ແລະ ຊັກຊ້າ, ການກວດກາເກັບຄ່າທໍານຽງຕ່າງໆຢູ່ຂັ້ນເມືອງ, ຂັ້ນບ້ານ, ບັນຫາການດໍາເນີນຄະດີຊັກຊ້າ, ການແກ້ໄຂບັນຫາຢາເສບຕິດ ແລະ ບັນຫາສໍາຄັນອີກຈໍານວນໜຶ່ງ ທີ່ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກ ສະພາປະຊາຊົນ ນະຄອນຫຼວງ ໄດ້ຊັກຖາໃນກອງປະຊຸມຄັ້ງນີ້.

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ i ສໍາເລັດດ້ວຍຜົນຈົບງາມ - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ສໍາເລັດດ້ວຍຜົນຈົບງາມ

    ຜົນສໍາເລັດຂອງກອງປະຊຸມຄັ້ງນີ້, ແມ່ນໝາກຜົນລວມຍອດແຫ່ງການເສີມຂະຫຍາຍສະຕິປັນຍາລວມໝູ່, ການປະສານສົມທົບກົມກຽວແຕ່ຫົວທີ ລະຫວ່າງສະພາປະຊາຊົນ ກັບອົງການປົກຄອງ ແລະ ພາກສ່ວນກ່ຽວຂ້ອງ. ກອງປະຊຸມຮຽກຮ້ອງມາຍັງອົງການຈັດຕັ້ງທຸກພາກສ່ວນພ້ອມດ້ວຍປະຊາຊົນ ຊາວນະຄອນຫຼວງວຽງຈັນ, ຜູ້ປະກອບການພາຍໃນ ແລະ ຕ່າງປະເທດ ຈົ່ງພ້ອມກັນນໍາເອົາຜົນສໍາເສັດຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນ ດ້ວຍຄວາມເປັນເຈົ້າການ ເພື່ອແນ່ໃສ່ຮັບປະກັນເຮັດໃຫ້ນະຄອນຫຼວງວຽງຈັນ ສືບຕໍ່ມີການພັດທະນາຢ່າງໜັກແໜ້ນໃນຊຸມປີຕໍ່ໜ້າ.

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ i ສໍາເລັດດ້ວຍຜົນຈົບງາມ - 3 - ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ສໍາເລັດດ້ວຍຜົນຈົບງາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!