ປີ 2018 ມີພະນັກງານຖືກປົດຕຳແໜ່ງ 6 ຄົນ


ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແຈ້ງຕໍ່ກອງປະຊຸມວຽກງານຈັດຕັ້ງ ແລະ ກໍ່ສ້າງພັກ-ພະນັກງານ ທີ່ໄດ້ຈັດຂຶ້ນຢູ່ແຂວງສະຫວັນນະເຂດ ໃນວັນທີ 24-26 ທັນວານີ້ວ່າ: ໃນໜຶ່ງປີຜ່ານມາ, ຄະນະຈັດຕັ້ງສູນກາງພັກໄດ້ຄົ້ນຄວ້າສະເໜີຍົກຍ້າຍ, ແຕ່ງຕັ້ງ, ສັບຊ້ອນບ່ອນປະຈຳການ, ເລື່ອນຊັ້ນເລື່ອນຕຳແໜ່ງພະນັກງານຂັ້ນສູນກາງຄຸ້ມຄອງທັງໝົດ 271 ສະຫາຍ ແລະ ໄດ້ຄົ້ນຄວ້າແກ້ໄຂພະນັກງານ-ລັດຖະກອນທີ່ມີຄວາມບົກຜ່ອງຜິດລະບຽບກົດໝາຍມີ 73 ສະຫາຍ, ໃນນັ້ນ ມີພະນັກງານຂັ້ນສູນກາງຄຸ້ມຄອງ 53 ສະຫາຍ, ຍິງ 4 ສະຫາຍ ແລະ ລົງວິໄນປົດຕຳແໜ່ງ 6 ສະຫາຍ.
ທ່ານຮອງຫົວໜ້າຄະນະຈັດຕັ້ງດັ່ງກ່າວຍັງໄດ້ຍົກໃຫ້ເຫັນຈຸດອ່ອນ ແລະ ຂໍ້ຄົງຄ້າງບາງດ້ານໃນຖັນແຖວສະມາຊິກພັກ-ພະນັກງານເຮົາໃນປັດຈຸບັນຄື: ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນຕ່າງໆຍັງບໍ່ທັນກວ້າງຂວາງ, ທົ່ວເຖິງ, ຊັກຊ້າ, ບໍ່ເລິກເຊິ່ງ ແລະ ບໍ່ແທດຕົວຈິງ, ກຳນົດເປັນແຜນລວມໆ, ການສຶກສາອົບຮົມການເມືອງນຳພາແນວຄິດຢູ່ພາຍໃນພັກ ກໍຄືສັງຄົມບໍ່ທັນໄດ້ດີ, ຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກບໍ່ສູງ, ການຈັດຕັ້ງຜັນຂະຫຍາຍຜົນຂອງການດຳເນີນຊີວິດການເມືອງປັບປຸງປົວແປງພັກຫລາຍບ່ອນຊັກຊ້າແກ່ຍາວ, ບາງບ່ອນຄະນະພັກ, ຄະນະນຳ, ສະມາຊິກພັກເມີນເສີຍບໍ່ໃສ່ໃຈຕໍ່ຄຳສະເໜີ ແລະ ຄຳເຫັນສົ່ງຂ່າວຂອງຂັ້ນລຸ່ມ, ການຂະຫຍາຍພັກຫລາຍບ່ອນບໍ່ຮັບປະກັນຄຸນນະພາບ ບໍ່ຖືກຕາມກົດລະບຽບພັກ, ການຄົ້ນຄວ້າຕົກລົງເອົາເປົ້າໝາຍຂະຫຍາຍເຂົ້າພັກບໍ່ເປັນໝູ່ຄະນະ ມີລັກສະນະກຸ່ມກ້ອນ, ພັກພວກ, ຈຸ້ມເຈື້ອ, ພີ່ນ້ອງ, ຄົນເຈົ້າຄົນຂ້ອຍເພື່ອຮັກສາບົດບາດອິດທິພົນ ແລະ ຜົນປະໂຫຍດຂອງຕົນເທົ່ານັ້ນ.