ດຶງດູດໃຈແມ່ຍິງໂດຍກິ່ນນຳ້ຫອມ
ປ ຜູ້ຊ່ຽວຊານກ່ຽວກັບນຳ້ຫອມ ບອກວ່າ : ລາວມັກຈະຖືກຜູ້ຊາຍຖາມຕະຫລອດວ່າ ນຳ້ຫອມກິ່ນຜູ້ຊາຍກິ່ນໃດທີ່ໃຊ້ແລ້ວແມ່ຍິງມັກ, ກິ່ນໃດທີ່ໃຊ້ແລ້ວດຶງດູດໃຫ້ແມ່ຍິງຢາກເຂົ້າໃກ້ ? ແມ່ນນຳ້ຫອມທີ່ຕິດອັນດັບຂາຍດີຫລືບໍ່ ? ເຊິ່ງຄຳຕອບຂອງເລື່ອງນີ້ກໍບໍ່ງ່າຍ.
ຜູ້ຊ່ຽວຊານຢາກຈະບອກທ່ານວ່າ : ຍອດຂາຍທີ່ດີບໍ່ໄດ້ເປັນໂຕບົ່ງບອກວ່າກິ່ນນັ້ນເປັນທີ່ເພິງປາຖະໜາສຳລັບແມ່ຍິງເລີຍ, ສິນຄ້າໃດຂາຍໄດ້ ພະນັກງານກໍຈະເຊຍຂາຍ ເຊິ່ງບໍ່ໄດ້ມີຄວາມກ່ຽວຂ້ອງກັບຄວາມຮູ້ສຶກດຶງດູດ. ດັ່ງນັ້ນ ເພື່ອໃຫ້ໄດ້ຄຳຕອບໃນເລື່ອງນີ້ ຜູ້ຊ່ຽວຊານດ້ານນຳ້ຫອມຈຶ່ງໄດ້ທົດລອງໂດຍນຳເອົາຫລັກຈິດຕະວິທະຍາເຂົ້າມາຊ່ວຍ ແລະ ພົບວ່າ 6 ກິ່ນຕໍ່ໄປນີ້ເປັນກິ່ນທີ່ໃຫ້ຜົນໃນດ້ານບວກສຳລັບແມ່ຍິງ, ແຕ່ທັງນີ້ຕ້ອງເຮັດຄວາມເຂົ້າໃຈຢ່າງໜຶ່ງວ່າ ຄວາມມັກ ຄວາມພໍໃຈຂອງແມ່ຍິງບໍ່ໄດ້ຄືກັນທຸກຄົນເປັນພຽງທ່າອ່ຽງໃນດ້ານບວກຂອງພວກນາງເທົ່ານັ້ນ.
1. Sweet Tobacco Spirits by 18.21 Man Made ກິ່ນນີ້ຖືໄດ້ວ່າເປັນໜຶ່ງໃນກິ່ນທີ່ດີທີ່ສຸດ ຈາກການທົດລອງໃຊ້ໃນເທື່ອທຳອິດ ສັງເກດເຫັນໄດ້ແຈ້ງເລີຍວ່າ ແມ່ຍິງຈະເຂົ້າມາຖາມວ່າໃຊ້ນຳ້ຫອມຫຍັງ ແລະ ເບິ່ງທ່າທາງພວກນາງກໍມັກກິ່ນນີ້ນຳອີກ. ກິ່ນຂອງນຳ້ຫອມແກ້ວນີ້ເບິ່ງຈະເປັນຄວາມລົງໂຕຂອງນຳ້ເຜິ້ງ, ວານິລາ ແລະ ຢາສູບ ເໝາະສົມທີ່ຈະ ເອົາມາໃຊ້ໃນລະດູໃບໄມ້ຫລົ່ນ ແລະ ລະດູໜາວ, ແຕ່ບໍ່ຄ່ອຍຈະເໝາະສົມກັບລະດູຮ້ອນປານໃດ. ນອກຈາກນີ້, ຍັງໃຊ້ງ່າຍ ແລະ ໃຫ້ຄວາມຫອມຕິດດົນນານ ຕັ້ງແຕ່ເຊົ້າຈົນຄໍ່າ ເຊິ່ງລາຄາແມ່ນແກ້ວລະ 80 ໂດລາສະຫະລັດ.
2. Aventus by Creed ນຳ້ຫອມແກ້ວນີ້ແມ່ນກິ່ນໝາກນັດປະສົມປະສານດ້ວຍກິ່ນຂອງການຮົມຄັວນ ເມື່ອເອົາມາທົດລອງປະກົດວ່າແມ່ຍິງມັກຫລາຍ, ມີຄວາມລົງໂຕຂອງການປະສົມປະສານກັນຈົນເປັນ Smoky pineapple ກິ່ນນີ້ເໝາະສົມທີ່ສຸດສຳລັບລະດູຮ້ອນໃນຕອນກາງເວັນ, ແຕ່ຕອນກາງຄືນກໍສາມາດໃຊ້ໄດ້ຄືກັນ ລາຄາແກ້ວນີ້ແມ່ນ 199,50 ໂດລາສະຫະລັດ.
3. A*Men by Thierry Mugler ກິ່ນນີ້ຫອມນຳ້ມັນດິບອ່າວຈະຮຸນແຮງຫລາຍ ຄົນບໍ່ຄ່ອຍຈະກ້າລອງໃຊ້ໃນເທື່ອທຳອິດ ເພາະຊ່ົວໂມງທຳອິດທີ່ໃຊ້ກິ່ນຈະອ່າວແຮງ ແຕ່ເມື່ອຜ່ານໄປຈັກໄລຍະໜຶ່ງກິ່ນຈະຄ່ອຍໆອ່ອນລົງ ເປັນກິ່ນທີ່ປະສົມປະສານຄວາມ ຫວານຂອງຄາຣາເມວ, ກາເຟ, ວະນິລາ ແລະ ນຳ້ເຜິ້ງ. ກິ່ນນີ້ເຮັດໃຫ້ແມ່ຍິງຫລົງໄຫລໄດ້ເລີຍ, ໄລຍະເລວາທີ່ເໝາະສົມສຳລັບການໃຊ້ກິ່ນນີ້ແມ່ນຍາມໜາວ ໂດຍສະເພາະແມ່ນຕອນກາງຄືນ, ລາຄາແມ່ນແກ້ວລະ 44,50 ໂດລາສະຫະລັດ.
4. La Nuit de L’Homme by Yves Saint Laurent ກິ່ນນີ້ຖືວ່າເປັນອີກກິ່ນໜຶ່ງຂອງ Yves Saint Laurent ທີ່ເຮັດ ອອກມາແລ້ວຖືວ່າປະສົບຄວາມສຳເລັດໃນການມັດໃຈແມ່ຍິງໄດ້, ກິ່ນຂອງມັນເປັນການປະສົມປະສານຄວາມລົງໂຕຂອງຊິນນາ ມັອນ ແລະ ລາເວັນເດີເຂົ້າກັນ ເໝາະສົມໃຊ້ໃນຍາມທີ່ອາກາດໜາວ, ແຕ່ທັງນີ້ຈາກການທົດລອງໃນຍາມອື່ນກໍໃຫ້ຜົນໃນດ້ານ ບວກຄືກັນ ຜູ້ຊາຍຫລາຍຄົນລອງໃຊ້ໃນຄືນອອກໄປລົມສາວແລ້ວບອກວ່າມັນດີຢ່າງເຫລືອເຊື່ອ ລາຄາຂອງມັນແມ່ນ 59,99 ໂດລາສະຫະລັດ.
5. Bleu de Chanel by Chanel ເປັນອີກໜຶ່ງກິ່ນທີ່ສ້າງຄວາມປະທັບໃຈໃຫ້ກັບແມ່ຍິງໄດ້ຫລາຍ ເພາະກິ່ນຂອງມັນຄືໃຫ້ພະລັງງານທີ່ສົດໃສຂອງໝາກກ້ຽງ ແລະ ໝາກລະແຊັງ. ນອກຈາກນີ້ ຍັງໃສ່ກິ່ນທີ່ມີຄວາມເລິກລັບໜ້າຄົ້ນຫາ, ເປັນກິ່ນທີ່ມີຄວາມລະອຽດອ່ອນ, ສ້າງຄວາມໜ້າເພິງພໍໃຈໄດ້ໃນຫລາຍເຫດຜົນ ສາມາດໃຊ້ໄດ້ທຸກຍາມ ທັງກາງເວັນ ແລະ ກາງຄືນ ທຸກໂອກາດ ເຊິ່ງລາຄາແມ່ນ 90,45 ໂດລາສະຫະລັດ.
6. Acqua di Gio by Giorgio Armani ເຖິງວ່າຍອດຂາຍຂອງນຳ້ຫອມຈະບໍ່ກ່ຽວຂ້ອງກັບຄວາມໜ້າສົນໃຈທີ່ຈະໄດ້ຮັບຈາກແມ່ຍິງ, ແຕ່ນຳ້ຫອມຮຸ່ນນີ້ມີຍອດຂາຍດີຫລາຍ ເອີ້ນໄດ້ວ່າເປັນ Best-selling ໃນບັນດານຳ້ຫອມຜູ້ຊາຍ ແລະ ຈາກການທົດລອງກໍພົບວ່າແມ່ຍິງມັກກິ່ນນີ້ ກິ່ນຂອງມັນໃຫ້ຄວາມຮູ້ສຶກເຖິງມະຫາສະໝຸດທີ່ສະອາດ ປະສົມກັບກິ່ນດອກມະລິ ແລະ ກິ່ນໝາກກ້ຽງອ່ອນໆ ເໝາະສົມໃຊ້ໃນຍາມຮ້ອນ ແລະ ໃບໄມປົ່ງ ເມື່ອຜິວໜັງຂອງທ່ານມີຄວາມຮ້ອນ ກິ່ນຈະປະສົມປະສານກັນອອກມາສ້າງຄວາມຮ້ອນແຮງໃຫ້ທ່ານໄດ້ຢ່າງບໍ່ໜ້າເຊື່ອ, ລາຄາຂອງນຳ້ຫອມແກ້ວນີ້ແມ່ນ 59,99 ໂດລາສະຫະລັດ.