ອິນໂດເນເຊຍຜະເຊີນໄພພິບັດໜັກສຸດປີ 2018
ສຳນັກງານບັນເທົາໄພພິບັດແຫ່ງຊາດຂອງອິນໂດເນເຊຍ (BNPB) ລາຍງານສະຫລຸບກ່ຽວກັບໄພພິບັດທາງທຳມະຊາດວ່າ: ອິນໂດເນເຊຍຜະເຊີນໄພທຳມະຊາດເຖິງ 2.426 ຄັ້ງ ນັບແຕ່ເດືອນມັງກອນ-ກາງເດືອນທັນວາ ບໍ່ລວມສຶນາມິຢູ່ຊ່ອງແຄບຊຸນດາ ໃນວັນທີ 22 ທັນວາ 2018, ເຖິງວ່າຈຳນວນໄພພິບັດໃນປີ 2018 ຫລຸດລົງຈາກ 2.862 ຄັ້ງ ໃນປີ 2017, ແຕ່ຈຳນວນຜູ້ເສຍຊີວິດ ແລະ ຜູ້ສູນຫາຍຈາກໄພທຳມະຊາດໃນປີ 2018 ສ້າງສະຖິຕິສູງເຖິງ 4.321 ຄົນ ຖືເປັນຕົວເລກສູງທີ່ສຸດນັບແຕ່ປີ 2007.
ທັງນີ້, ໄພພິບັດເກືອບ 97% ເປັນໄພຈາກບັນຍາກາດ, ນ້ຳ ແລະ ມະຫາສະໝຸດເຊັ່ນ: ພາຍຸ, ນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ຄື້ນຄວາມຮ້ອນ, ແຕ່ໄພພິບັດທາງທໍລະນີວິທະຍາເຊັ່ນ: ແຜ່ນດິນໄຫວ, ສຶນາມິ ແລະ ປາກົດການດິນເຫລວ ທີ່ມີອັດຕາສ່ວນພຽງ 3% ຂອງຈຳນວນໄພທຳມະຊາດທັງໝົດໃນປີ 2018 ພັດຂ້າຊີວິດຄົນຫລາຍທີ່ສຸດລວມ 3.969 ຄົນ ບໍ່ລວມສຶນາມິຢູ່ຊ່ອງແຄບຊຸນດາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 430 ຄົນ ແລະ ຍັງມີຜູ້ສູນຫາຍ 159 ຄົນ.
ຂະນະທີ່ສະເພາະແຜ່ນດິນໄຫວຂະໜາດ 7,4 ແມກນິຈູດ ຕາມດ້ວຍປາກົດການດິນເຫລວ ແລະ ສຶນາມິຢູ່ແຂວງສຸລາເວສີກາງ ໃນເດືອນກັນຍາ ຂ້າຊີວິດຫລາຍທີ່ສຸດເຖິງ 3.397 ຄົນ ແລະ ມີຜູ້ບາດເຈັບ 4.426 ຄົນ, ເຮືອນ 66.139 ຫລັງໄດ້ຮັບຄວາມເສຍຫາຍ.
ນອກຈາກນີ້, ເກາະລອມບອກ ເຊິ່ງເປັນແຫລ່ງທ່ອງທ່ຽວສຳຄັນ ປະສົບແຜ່ນດິນໄຫວຮຸນແຮງຢ່າງໜ້ອຍ 5 ຄັ້ງໃນໄລຍະເດືອນກໍລະກົດ-ສິງຫາ ເຮັດໃຫ້ມີຜູ້ເສຍຊີວິດລວມ 555 ຄົນ.
ໄພພິບັດໃນປີ 2018 ສົ່ງຜົນກະທົບຕໍ່ການທ່ອງທ່ຽວ ແລະ ເສດຖະກິດຂອງປະເທດຈຳນວນຫລາຍ ໂດຍສູນບັນເທົາໄພພິບັດທາງພູໄຟວິທະຍາ ແລະ ທໍລະນີວິທະຍາ ແຈ້ງເຕືອນໃນເດືອນພະຈິກວ່າ: ພູໄຟ 20 ໜ່ວຍທົ່ວປະເທດມີການເຄື່ອນໄຫວເພີ່ມຂຶ້ນ.
ນອກຈາກນີ້, ການລະເບີດຂອງພູໄຟອານັດ ກຣາກາຕົວ ເຮັດໃຫ້ເກີດດິນຖະຫລົ່ມ ແລະ ສຶນາມິພັດເຂົ້າແຄມຝັ່ງຊ່ອງແຄບຊຸນດາ ໂດຍບໍ່ສາມາດເຕືອນໄພໄດ້. ກະຕຸ້ນໃຫ້ລັດຖະບານເນັ້ນໜັກເຖິງຄວາມຈຳເປັນໃນການຕິດຕັ້ງລະບົບເຕືອນໄພສຶນາມິຈາກການລະເບີດຂອງພູໄຟ ແລະ ສ້ອມແປງເຄື່ອງເຕືອນໄພສຶນາມິຈາກແຜ່ນດິນໄຫວທີ່ໃຊ້ບໍ່ໄດ້.