ມາເນ່ ບໍ່ຖືກລົງໂທດຢ້ອນຫລັງ
ເດິ ຊັນ ສື່ຂອງອັງກິດ ລະບຸວ່າ: ຊາດິໂອ ມາເນ່ ດາວເຕະ ລິເວີພູລ ຈະບໍ່ຖືກລົງໂທດຢ້ອນຫລັງໃນຈັງຫວະທີ່ບີບຄໍ ສະເຕຟານ ລິກໄຕເນີ ຟູລແບັກ ອາເຊນອລ ແຕ່ຢ່າງໃດ ໂດຍຈັງຫວະດັ່ງກ່າວເລີ່ມຈາກ ລິກໄຕເນີ ສອກໃສ່ອີກຝ່າຍ.
ຊາດິໂອ ມາເນ່ ປີກຄົນເກັ່ງຂອງ ລິເວີພູລ ຈະບໍ່ຖືກລົງໂທດຢ້ອນຫລັງ ຈາກກໍລະນີທີ່ລາວບີບຄໍ ສະເຕຟານ ລິກໄຕເນີ ແບັກຂວາ ອາເຊນອລ ລະຫວ່າງເກມ ພຣີເມຍລີກ ອັງກິດ ນັດທີ່ ລິເວີພູລ ເປີດສະໜາມ ແອນຟິລ ໄລ່ຖະຫລົ່ມອີກຝ່າຍ 5-1 ໃນວັນທີ 29 ທັນວາຜ່ານມາ.
ໃນນາທີ 6 ຂອງນັດດັ່ງກ່າວ ລິເວີພູລ ໄດ້ໂອກາດບຸກຈາກຈັງຫວະທີ່ມີການໂຍນບານເຂົ້າມາໃນກອບເຂດໂທດ ເຊິ່ງ ມາເນ່ ຫວັງຈະເຂົ້າໄປຍິງປະຕູໃຫ້ໄດ້ ແຕ່ຖືກ ລິກໄຕເນີ ຂວາງທາງເອົາໄວ້ ໂດຍດາວເຕະຂອງທີມຢາມສອກໃສ່ຄູ່ແຂ່ງເພື່ອເຮັດໃຫ້ອີກຝ່າຍເສຍຈັງຫວະ.
ເລື່ອງດັ່ງກ່າວເຮັດໃຫ້ ມາເນ່ ເສຍຈັງຫວະຈົນເຮັດໄດ້ພຽງແຕ່ເອົາຫົວຕຳເບົາໆໄປເຂົ້າມື ແບຣນ ເລໂນ່ ຜູ້ຮັກສາປະຕູຂອງ ອາເຊນອລ ເຊິ່ງອະດີດປີກ ເຊົາແທມຕັນ ບໍ່ພໍໃຈເລັກໜ້ອຍຈົນເອົາມືໄປບີບຄໍ ລິກໄຕເນີ ໂດຍກຳມະການ ໄມເຄິ່ລ ໂອລິເວີ ເປົ່າໃຫ້ ອາເຊນອລ ໄດ້ຟຣີຄິກເທົ່ານັ້ນ ບໍ່ໄດ້ເຖິງຂັ້ນແຈກໃບເຫລືອງໃບແດງໃຫ້ ມາເນ່ ແຕ່ຢ່າງໃດ.
ທັງນີ້ ຈັງຫວະດັ່ງກ່າວເຮັດໃຫ້ເກີດການຕັ້ງບັນຫາວ່າ: ມາເນ່ ຈະຖືກດຳເນີນມາດຕະການຢ້ອນຫລັງ ຂໍ້ຫາຫລິ້ນຮຸນແຮງເກີນກວ່າເຫດ ຫລື ບໍ່. ເຖິງຢ່າງໃດກໍຕາມ, ເດິ ຊັນ ເປີດເຜີຍວ່າ: ກົດລະບຸເອົາໄວ້ວ່າ: ການລົງໂທດຢ້ອນຫລັງຈະເກີດຂຶ້ນໄດ້ກໍຕໍ່ເມື່ອກຳມະການບໍ່ເຫັນຈັງຫວະນັ້ນໆເທົ່ານັ້ນ. ຂະນະທີ່ໃນກໍລະນີນີ້ ໂອລິເວີ ເຫັນຈັງຫວະທີ່ເປັນບັນຫາ ກ່ອນຈະເປົ່າຟຣີຄິກໃຫ້ ອາເຊນອລ ສົ່ງຜົນໃຫ້ ມາເນ່ ຈະບໍ່ຖືກດຳເນີນມາດຕະການຢ້ອນຫລັງແຕ່ຢ່າງໃດ.