ການແຂ່ງຂັນເຕະບານຊາຍຊີງແຊ້ມອາຊີ 2019 ທີ່ UAE ຈະເປີດສາກມື້ນີ້
ການແຂ່ງຂັນເຕະບານຊາຍ ຊີງແຊ້ມອາຊີ ຄັ້ງທີ 17 ຫລື ເອຊຽນຄັບ 2019 ທີ່ສະຫະລັດອາຣັບ ເອມິເຣດ ໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ຈະລະເບີດຄວາມມັນໃນວັນທີ 5 ມັງກອນ ຫາວັນທີ 1 ກຸມພາ 2019 ໂດຍມີ 24 ທີມທີ່ຜ່ານການຄັດເລືອກຮ່ວມຊີງໄຊ.
ກຸ່ມ A ປະກອບມີ: ເຈົ້າພາບ ສະຫະລັດ ອາຣັບ ເອມິເຣດ (UAE) ເຂົ້າຮ່ວມເປັນຄັ້ງທີ 10 ຜົນງານດີສຸດໄດ້ອັນດັບ 2 ໃນປີ 1996 ຮ່ວມກຸ່ມກັບ ທີມຊາດໄທ ທີ່ເຂົ້າຮ່ວມຮອບສຸດທ້າຍໃນຮອບ 11 ປີ ເປັນຄັ້ງທີ 7 ຜົນງານດີສຸດໄດ້ອັນດັບ 3 ໃນປີ 1972. ພ້ອມກັນນີ້ ກໍມີ ທີມຊາດອິນເດຍ ຮ່ວມເປັນຄັ້ງທີ 4 ຜົນງານດີສຸດໄດ້ອັນດັບ 2 ໃນປີ 1964 ແລະ ທີມຊາດບາເຣນ ຮ່ວມຮອບສຸດທ້າຍເປັນຄັ້ງທີ 5 ຕິດຕໍ່ກັນ ຄັ້ງນີ້ເປັນຄັ້ງທີ 6 ຜົນງານດີສຸດໄດ້ອັນດັບ 4 ໃນປີ 2004.
ກຸ່ມ B ປະກອບມີ: ແຊ້ມເກົ່າ ອົດສະຕຣາລີ ແຍກຈາກຂົງເຂດໂອເຊອານີ ເຂົ້າຮ່ວມເປັນຄັ້ງທີ 3 ຕິດຕໍ່ກັນ, ຊີເຣຍ ເຂົ້າຮ່ວມເປັນຄັ້ງທີ 6 ບໍ່ເຄີຍຜ່ານຮອບແບ່ງກຸ່ມ, ຈໍແດນ ເຂົ້າຮ່ວມເປັນຄັ້ງທີ 5 ຜົນງານດີສຸດເຂົ້າຮອບ 8 ທີມ ປີ 2004, 2011, ທີມຊາດປາແລັສຕິນ ເຂົ້າຮ່ວມເປັນຄັ້ງທີ 2 ຕໍ່ຈາກປີ 2015 ຜົນງານຄັ້ງຜ່ານມາຕົກຮອບແບ່ງກຸ່ມ.
ກຸ່ມ C ປະກອບມີ: ສາທາລະນະລັດເກົາຫລີ ແຊ້ມ 2 ສະໄໝ ເຂົ້າຮ່ວມເປັນຄັ້ງທີ 14 ໄດ້ແຊ້ມປີ 1956, 1960 ຮ່ວມກັບ ທີມຊາດຈີນ ເຂົ້າຮ່ວມເປັນຄັ້ງທີ 12 ຜົນງານດີສຸດໄດ້ອັນດັບ 2 ໃນປີ 1984, 2004 ແລະ ມີສອງນ້ອງໃໝ່ ທີມຊາດຟີລິບປິນ ແລະ ທີມຊາດກີກິດສະຖານ.
ກຸ່ມ D ປະກອບມີ: ອີຣານ ແຊ້ມ 3 ສະໄໝ 1968, 1972 ແລະ 1976 ເຂົ້າຮ່ວມເປັນຄັ້ງທີ 14 ຕິດຕໍ່ກັນ ຜົນງານຄັ້ງຫລ້າສຸດປີ 2015 ຕົກຮອບ 8 ທີມສຸດທ້າຍ ຮ່ວມກັບ ທີມຊາດອີຣັກ ທີ່ເຂີຍທີມຊາດອີຣານຕົກຮອບ 8 ທີມຄັ້ງຜ່ານມາ ອີຣັກ ເຄີຍເປັນແຊ້ມ 1 ສະໄໝປີ 2007 ເຂົ້າຮ່ວມເປັນຄັ້ງທີ 8 ແລະ ເປັນຄັ້ງທີ 7 ຕິດຕໍ່ກັນ. ນອກນີ້ ຍັງມີ ທີມຊາດຫວຽດນາມ ແຊ້ມອາຊຽນ 2018 ທີມທີ່ໜ້າຈັບຕາເປັນພິເສດ ເຂົ້າຮ່ວມເປັນຄັ້ງທີ 4 ຕໍ່ຈາກປີ 2007 ແລະ ເປັນຄັ້ງທີ 2 ນັບແຕ່ເປັນ ສສ ຫວຽດນາມ ສ່ວນອີກໜຶ່ງທີມໃນກຸ່ມນີ້ແມ່ນນ້ອງໃໝ່ ທີມຊາດເຢເມນ.
ກຸ່ມ E ປະກອບມີ: ທີມຊາດຊາອຸດິ ອາຣະບີ ແຊ້ມ 2 ສະໄໝ 1984, 1988, 1996 ເຂົ້າຮ່ວມເປັນຄັ້ງທີ 10 ຕິດຕໍ່ກັນ ຄັ້ງຫລ້າສຸດ 2015 ຕົກຮອບແບ່ງກຸ່ມ, ທີມຊາດກາຕ້າ ເຂົ້າຮ່ວມເປັນຄັ້ງທີ 10 ຜົນງານດີສຸດຮອບ 8 ທີມສຸດທ້າຍປີ 2000, 2011, ທີມຊາດ ສປປ ເກົາຫລີ ເຂົ້າຮ່ວມເປັນຄັ້ງທີ 5 ຜົນງານດີສຸດໄດ້ທີ 4 ປີ 1980 ຄັ້ງຫລ້າສຸດ 2015 ຕົກຮອບແບ່ງກຸ່ມ ແລະ ທີມຊາດເລບານອນ ເຂົ້າຮ່ວມເປັນຄັ້ງທີ 2 ຕໍ່ຈາກປີ 2000.
ກຸ່ມ F ປະກອບມີ: ທີມຊາດຍີ່ປຸ່ນ ແຊ້ມສູງສຸດ 4 ສະໄໝ 1992, 2000, 2004, 2011 ເຂົ້າຮ່ວມເປັນຄັ້ງທີ 9 ຕິດຕໍ່ກັນ ຜົນງານຄັ້ງຫລ້າສຸດ 2015 ຕົກຮອບ 8 ທີມສຸດທ້າຍ ຮ່ວມກຸ່ມກັບ ທີມຊາດອຸດສະເບກິດສະຖານ ແຊ້ມ U23 ອາຊີ 2018 ເຂົ້າຮ່ວມເປັນຄັ້ງທີ 7 ຕິດຕໍ່ກັນ ຄັ້ງຫລ້າສຸດ 2015 ຕົກຮອບ 8 ທີມ. ນອກນີ້ ຍັງມີທີມຊາດໂອມານ ແລະ ຕວກມີນິດສະຖານ, ທີມຊາດໂອມານ ເຂົ້າຮ່ວມເປັນຄັ້ງທີ 4 ຜ່ານມາຕົກຮອບແບ່ງກຸ່ມໝົດ. ຂະນະທີ່ ທີມຊາດຕວກມີນິດສະຖານ ເຂົ້າຮ່ວມເປັນຄັ້ງທີ 2 ຕໍ່ຈາກປີ 2004 ຕົກຮອບແບ່ງກຸ່ມ.
ຄູ່ເປີດສະໜາມ ກຸ່ມ A ເຈົ້າພາບ ສະຫະລັດ ອາຣັບ ເອມິເຣດ ພົບ ທີມຊາດບາເຣນ ເວລາ 20:00 ຕາມເວລາຢູ່ UAE ກົງກັບເວລາປະເທດລາວ 23:00 ໂມງ. ຮູບແບບການແຂ່ງຂັນພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1-2 ຂອງແຕ່ລະກຸ່ມ ແລະ ທີ 3 ດີສຸດ 4 ທີມຈາກ 6 ກຸ່ມເຂົ້າສູ່ຮອບ 16 ທີມສຸດທ້າຍຕໍ່ໄປ.