ອຸປະຕິເຫດທາງອາກາດຂ້າຊີວິດຄົນ ເພີ່ມສູງຂຶ້ນໃນປີ 2018
ອົງການດ້ານຄວາມປອດໄພໃນການເດີນທາງທາງອາກາດ ເປີດເຜີຍວ່າ: ໃນປີ 2018 ມີອຸປະຕິເຫດໃນການເດີນທາງທາງອາກາດ ເຊິ່ງມີຜູ້ເສຍຊີວິດເພີ່ມສູງຂຶ້ນຫລາຍ ເມື່ອທຽບໃສ່ປີ 2017.
ເຄືອຂ່າຍຄວາມປອດໄພທາງການບິນ (ASN) ເປີດເຜີຍວ່າ: ຈຳນວນຜູ້ເສຍຊີວິດຈາກອຸປະຕິເຫດທາງການບິນໃນຂະແໜງພົນລະເຮືອນສູງເຖິງ 556 ຄົນ ຈາກອຸປະຕິເຫດ 15 ຄັ້ງທົ່ວໂລກ. ຂະນະທີ່ໃນປີ 2017 ມີຜູ້ເສຍຊີວິດ 44 ຄົນ, ອຸປະຕິເຫດຮຸນແຮງທີ່ສຸດຂອງປີ 2018 ຄືອຸປະຕິເຫດຂອງສາຍການບິນໄລອອນແອໃນປະເທດອິນໂດເນເຊຍ ໃນເດືອນຕຸລາຜ່ານມາ ເຊິ່ງມີຜູ້ເສຍຊີວິດ 189 ຄົນ.
ເຖິງຢ່າງໃດກໍຕາມ, ປີ 2018 ເປັນປີທີ່ມີຄວາມປອດໄພທາງດ້ານການບິນ ເຊິ່ງມີອຸປະຕິເຫດເກີດຂຶ້ນໜ້ອຍເປັນອັນດັບ 9 ຕາມສະຖິຕິທີ່ເຄືອຂ່າຍຄວາມປອດໄພທາງການບິນເກັບກຳມາທຸກປີ.
ກ່ອນໜ້ານີ້, ໃນປີ 2017 ຖືເປັນປີທີ່ຜູ້ໂດຍສານຖ້ຽວບິນການຄ້າທົ່ວໂລກມີຄວາມປອດໄພໃນການເດີນທາງສູງສຸດເທົ່າທີ່ເຄີຍມີມາ ໂດຍບໍ່ມີຈຳນວນຜູ້ເສຍຊີວິດຈາກອຸປະຕິເຫດໃນເຮືອບິນໂດຍສານທີ່ໃຊ້ເຄື່ອງຈັກໄອພົນພຽງແຕ່ຄົນດຽວ.
ໃນໄລຍະ 20 ປີຜ່ານມາ, ຈຳນວນຜູ້ເສຍຊີວິດຈາກອຸປະຕິເຫດທາງການບິນທົ່ວໂລກມີທ່າອ່ຽງຫລຸດລົງເລື້ອຍໆ. ທ່ານ ຮາໂຣ ແຣນເຕີ ເຊິ່ງເປັນຜູ້ອຳນວຍການເຄືອຂ່າຍຄວາມປອດໄພທາງການບິນ ກ່າວວ່າ: ຖ້າວັດແທກຈາກສະຖິຕິໃນໄລຍະປີ 2000, ປີ 2018 ອາດຈະມີອຸປະຕິເຫດເກີດຂຶ້ນ 64 ຄັ້ງ ແຕ່ການຫລຸດລົງສະແດງໃຫ້ເຫັນເຖິງຄວາມປອດໄພທີ່ດີຂຶ້ນເລື້ອຍໆໃນໄລຍະສອງທົດສະວັດຜ່ານມາ.
ເຖິງຢ່າງໃດກໍຕາມ, ເຄືອຂ່າຍຄວາມປອດໄພທາງການບິນ ລະບຸວ່າ: ອຸປະຕິເຫດທີ່ເກີດຈາກການສູນເສຍການຄວບຄຸມ (LOC) ເປັນຄວາມກັງວົນດ້ານຄວາມປອດໄພຢ່າງສູງສຸດໃນອຸດສາຫະກຳການບິນ ເຊິ່ງໃນຮອບ 5 ປີຜ່ານມາ ເກີດອຸປະຕິເຫດປະເພດນີ້ 10 ຄັ້ງ ຈາກອຸປະຕິເຫດທັງໝົດ 25 ຄັ້ງ.
ອຸປະຕິເຫດທີ່ເກີດຈາກການສູນເສຍການຄວບຄຸມ ມັກເກີດຈາກການບໍ່ສາມາດບັງຄັບຄວບຄຸມໃຫ້ເຮືອບິນເດີນທາງໄດ້ຕາມເສັ້ນທາງການບິນທີ່ກຳນົດໄວ້ ເຊິ່ງອາດມີສາເຫດຈາກຄວາມລົ້ມເຫລວຂອງການເຮັດວຽກຂອງເຄື່ອງຈັກ, ການກະທຳຂອງມະນຸດ ຫລື ບັນຫາສະພາບແວດລ້ອມທາງອາກາດ ສ່ວນຫລາຍແລ້ວອຸປະຕິເຫດປະເພດນີ້ມັກບໍ່ມີຜູ້ລອດຊີວິດ.