ສິງກະໂປເຜີຍ GDP ໄຕມາດ 4 ຂະຫຍາຍຕົວໜ້ອຍ
ກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປ ເປີດເຜີຍໃນວັນທີ 2 ມັງກອນນີ້ວ່າ: ເສດຖະກິດຂອງສິງກະໂປຂະຫຍາຍຕົວຊ້າໃນໄລຍະທ້າຍປີ ຫລັງໄດ້ຮັບຜົນກະທົບຈາກສົງຄາມການຄ້າໂລກ. ຂະນະທີ່ການປັບຂຶ້ນອັດຕາດອກເບ້ຍໄດ້ສົ່ງຜົນກະທົບຕໍ່ຂະແໜງການສົ່ງອອກ ໂດຍຕົວເລກລວມຍອດຜະລິດຕະພັນພາຍໃນ (GDP) ໄຕມາດ 4 ປັບຂຶ້ນ 1,6% ເມື່ອທຽບໃສ່ໄຕມາດຜ່ານມາ, ຂະນະທີ່ນັກເສດຖະສາດຄາດຄະເນວ່າ: ເສດຖະກິດຂະຫຍາຍຕົວຂຶ້ນ 3,6%.
ສ່ວນປະທານາທິບໍດີ ລີ ຊຽນລຸງ ຂອງສິງກະໂປ ກ່າວສູນທອນພົດໃນວັນທີ 31 ທັນວາຜ່ານມາວ່າ: ເສດຖະກິດສິງກະໂປຂະຫຍາຍຕົວ 3,3% ໃນປີ 2018 ເຊິ່ງໃກ້ຄຽງປີ 2017 ທີ່ຂະຫຍາຍຕົວ 3,5% ແລະ ສອດຄ່ອງກັບການຄາດຄະເນ ໂດຍຖືເປັນປີທີສອງທີ່ເສດຖະກິດສິງກະໂປຂະຫຍາຍຕົວສູງກວ່າ 3%.
ທ່ານ ລີ ຊຽງລຸງ ຍັງກ່າວອີກວ່າ: ເສດຖະກິດສິງກະໂປຈະຂະຫຍາຍຕົວລະຫວ່າງ 1,5-3,5% ໃນປີ 2019 ພ້ອມກັບເຕືອນວ່າ: ເສດຖະກິດທົ່ວໂລກຜະເຊີນຄວາມບໍ່ແນ່ນອນຕ່າງໆ ເນື່ອງມາຈາກຄວາມຂັດແຍ່ງທາງການຄ້າ, ຕະຫລາດການເງິນປັ່ນປ່ວນ ແລະ ທ່າອ່ຽງການຂະຫຍາຍຕົວຊ້າລົງ. ແຕ່ຢ່າງໃດກໍຕາມ, ຈາກນະໂຍບາຍບໍລິຫານປະເທດໃນໄລຍະຍາວ ແລະ ທີມບໍລິຫານທີ່ເຂັ້ມແຂງ, ສິງກະໂປຈຶ່ງເຊື່ອໝັ້ນໄດ້ເຖິງອະນາຄົດ ແລະ ພ້ອມກ້າວເຂົ້າສູ່ປີ 2019 ດ້ວຍຄວາມແຂງແຮງ ແລະ ຈຸດມຸ່ງໝາຍໃໝ່.