ອາເມລິກາ-ອິດສະລາແອນ ຖອນຕົວຈາກ ອຸຍເນສໂກຢ່າງເປັນທາງການແລ້ວ
ອາເມລິກາ ແລະ ອິດສະລາແອນ ຖອນຕົວຈາກອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ (ອຸຍເນສໂກ) ຢ່າງເປັນທາງການແລ້ວນັບແຕ່ວັນທີ 31 ທັນວາຜ່ານມາ ຫລັງຈາກເລີ່ມຂະບວນການດົນກວ່າປີ ໂດຍໃຫ້ເຫດຜົນວ່າ: ອຸຍເນສໂກມີອະຄະຕິຕໍ່ອິດສະລາແອນ.
ກະຊວງຕ່າງປະເທດອາເມລິກາແຈ້ງຕໍ່ຜູ້ອຳນວຍການອຸຍເນສໂກໃນວັນທີ 12 ຕຸລາ 2017 ເລື່ອງຈະຖອນຕົວຈາກການເປັນສະມາຊິກອຸຍເນສໂກ ແລະ ຈະຕັ້ງຄະນະສັງເກດການຖາວອນແທນ, ຫລັງຈາກນັ້ນ ນາຍົກລັດຖະມົນຕີ ເບນຈາມິນ ເນຕັນຢາຮູ ຂອງອິດສະລາແອນ ໄດ້ແຈ້ງແບບອາເມລິກາ ໃຫ້ເຫດຜົນວ່າ: ເປັນຍ້ອນອຸຍເນສໂກມີອະຄະຕິຕໍ່ຕ້ານອິດສະລາແອນ ແລະ ຈຳເປັນຕ້ອງປະຕິຮູບໃນລະດັບໂຄງສ້າງ. ອຸຍເນສໂກ ວິຈານອິດສະລາແອນທີ່ຢຶດຄອງເຢລູຊາເລັມຕາເວັນອອກ, ກຳນົດໃຫ້ສະຖານທີ່ຂອງຊາວຢິວເປັນສະຖານທີ່ມໍລະດົກຂອງປາແລັສຕິນ ແລະ ໃຫ້ປາແລັສຕິນເປັນສະມາຊິກເຕັມຕົວໃນປີ 2011, ສ່ວນອິດສະລາແອນໃຫ້ເຫດຜົນວ່າ: ອຸຍເນສໂກເປັນໂຮງລະຄອນໄຮ້ສາລະໄປແລ້ວ.
ການຖອນຕົວຂອງອາເມລິກາ ແລະ ອິດສະລາແອນບໍ່ມີຜົນຕໍ່ການເງິນຂອງອຸຍເນສໂກຫລາຍ ເພາະທັງສອງປະເທດເລີກໃຫ້ເງິນສົມທົບນັບແຕ່ອຸຍເນສໂກໃຫ້ປາແລັສຕິນເປັນສະມາຊິກເຕັມຕົວ. ເຈົ້າໜ້າທີ່ອຸຍເນສໂກເປີດເຜີຍວ່າ: ອາເມລິກາທີ່ເຄີຍຈ່າຍເງິນສົມທົບ 22% ຍັງຄ້າງຊຳລະຢູ່ 600 ລ້ານໂດລາສະຫະລັດ ຈຶ່ງອາດຈະເປັນເຫດຜົນໜຶ່ງທີ່ເຮັດໃຫ້ປະທານາທິບໍດີ ໂດນັລ ທຣຳ ຕັດສິນໃຈຖອນການເປັນສະມາຊິກ, ສ່ວນອິດສະລາແອນຄ້າງຊຳລະຢູ່ 10 ລ້ານໂດລາສະຫະລັດ. ອາເມລິກາເຄີຍຖອນຕົວຈາກອຸຍເນສໂກມາແລ້ວໃນປີ 1984 ສະໄໝປະທານາທິບໍດີ ໂຣນັລ ເຣແກນ ໂດຍອ້າງວ່າ: ບໍລິຫານຈັດການບໍ່ດີ, ມີການສໍ້ລາດບັງຫລວງ ແລະ ເປັນເຄື່ອງມືເພື່ອຜົນປະໂຫຍດຂອງສະຫະພາບໂຊວຽດ, ແຕ່ໄດ້ກັບມາເປັນສະມາຊິກອີກຄັ້ງໃນປີ 2003.