ຢ່າໃຫ້ການປູກກ້ວຍບໍ່ປອດໄພກັບມາອີກ
ໂດຍ: ທ່ຽງທຳ
ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງທັງຫລາຍ, ໃຜໆ ກໍຈະດີໃຈເມື່ອລາວເຮົາໄດ້ມີດຳລັດວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດເພື່ອແນໃສ່ສະກັດກັ້ນການນຳຂົ້າຢາຂ້າຫຍ້າ ແລະ ປາບສັດຕູພືດຊະນິດເປັນພິດຮ້າຍແຮງເພື່ອການຜະລິດກະສິກຳ.
ໂດຍສະເພາະແມ່ນບັນດາໂຄງການປູກກ້ວຍຂອງ ນັກທຸລະກິດຈີນ ຢູ່ບັນດາ ແຂວງພາກເໜືອ, ອັນໄດ້ສົ່ງ ຜົນກະທົບບໍ່ດີ ໃຫ້ແກ່ສະພາບແວດລ້ອມ ແລະ ສັງຄົມຂອງທ້ອງຖິ່ນ, ເຮັດໃຫ້ຫ້ວຍນ້ຳວົງປາຫລາຍແຫ່ງໃຊ້ການບໍ່ໄດ້ ແລະ ຮ້າຍແຮງກວ່ານັ້ນ ກໍແມ່ນສຸຂະພາບຂອງກຳມະກອນຜູ້ເປັນທາດໃນສວນກ້ວຍດັ່ງກ່າວ-ຈົນລັດຖະບານ ເຮົາໄດ້ສັ່ງໃຫ້ຫລາຍໆ ໂຄງການປູກກ້ວຍເປັນພິດດັ່ງກ່າວຕ້ອງຢຸດຕິ ແລະ ບໍ່ໃຫ້ມີການລົງທຶນເຂົ້າມາອີກ.
ໂດຍສະເພາະຢູ່ແຂວງອຸດົມໄຊບໍ່ແກ້ວ, ແຂວງວຽງຈັນ ແລະ ບາງແຂວງໃນເຂດພາກກາງລາວ.
ແຕ່ບໍ່ຮູ້ວ່າດ້ວຍເຫດຜົນໃດປັດຈຸບັນໄດ້ຍິນຂ່າວວ່າ ຫລາຍໂຄງການປູກກ້ວຍ ດັ່ງກ່າວໄດ້ກັບຄືນມາອີກແລ້ວ ແລະ ກຳລັງຂຽວງາມ ດົກໜາໂດຍສະເພາະຢູ່ແຂວງ ອຸດົມໄຊ ແລະ ກໍໜ້າເປັນຫ່ວງວ່າແຮງງານຜູ້ເຮັດວຽກ ຢູ່ສ່ວນກ້ວຍດັ່ງກ່າວຈະມີກຳ ນົດເວລາເຮັດວຽກພຽງ 3 ປີ ເທົ່ານັ້ນສ່ວນດ້ານວຽກງານ ສະຫວັດດີການອື່ນໆ ກໍຄືວ່າ ບໍ່ໄດ້ຮັບຜົນປະໂຫຍດຫຍັງ ຫລວງຫລາຍນັບແຕ່ຂອດກວດສຸຂະພາບນຳອີກດ້ວຍ.
ຕໍ່ສະພາບ ດັ່ງກ່າວ ປະຊາຊົນ ໃນທ້ອງຖິ່ນຕ້ອງການໃຫ້ຂະແໜງມະຫາພາກກ່ຽວຂ້ອງລົງກວດກາເບິ່ງຄວາມເປັນຈິງຕື່ມເພື່ອຈະມີ ວິທີການແກ້ໄຂແຕ່ຫົວທີ./.
