ຄະດີຢາເສບຕິດພົ້ນເດັ່ນໃນປີ 2018 ຜ່ານມາ
ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນປີ 2018 ຜ່ານມາ, ກອງບັນຊາການ ປກສ ນະຄອນຫລວງວຽງຈັນໄດ້ມີຄວາມພະຍາຍາມສູງຕໍ່ການສະກັດກັ້ນແກ້ໄຂບັນຫາຢາເສບຕິດ, ໂດຍໄດ້ເຄື່ອນໄຫວ ຊອກຮູ້ແຫລ່ງຜະລິດ, ຊອກຮູ້ຜູ້ເປັນຫົວໂປ່ໂຕການ, ພໍ່ຄ້າລາຍໃຫຍ່ ແລະ ອື່ນໆ, ຊຶ່ງໄລຍະດັ່ງກ່າວສາມາດແກ້ໄຂກຸ່ມແກ້ງເປົ້າໝາຍຄ້າຂາຍຢາເສບຕິດໄດ້ 736 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 1 ພັນກ່ວາຄົນ, ສາມາດຢຶດຂອງກາງຢາບ້າຫລາຍກ່ວາ 5 ແສນເມັດ, ຢາໄອ 200 ກ່ວາກິໂລ, ໃນນີ້ ມີກຸ່ມແກ້ງລາຍໃຫຍ່ທີ່ເຈົ້າໜ້າທີ່ສາມາດແກ້ໄຂໄດ້ ຄື: (1) ວັນທີ 16 ພຶດສະພາ 2018 ໄດ້ມ້າງກຸ່ມແກ້ງທ້າວ ອ່ອນຈັນ ຢູ່ບ້ານກຽງໃຈ, ເມືອງສິງແຂວງຫລວງນ້ຳທາ ພ້ອມພັກພວກ 4 ຄົນ, ພ້ອມຂອງກາງຢາບ້າ 11 ພັນກ່ວາເມັດ, ຢາໄອ 1 ກິໂລ, ເຮໂລອິນ 2 ແທ່ງ ແລະ ລົດໃຫຍ່ 2 ຄັນ. (2) ໃນວັນທີ 19 ມິຖຸນາ 2018 ໄດ້ມ້າງແກ້ງທ້າວ ລັດທະໄຊ ຢູ່ບ້ານນາເງິນ, ເມືອງທຸລະຄົມແຂວງວຽງຈັນ ລວມມີ 8 ຄົນ, ພ້ອມຂອງກາງຢາບ້າໄດ້ 102.200 ເມັດ. (3) ວັນທີ 25 ສິງຫາ 2018 ໄດ້ມ້າງກຸ່ມທ້າວ ບຸນຈັນ ຢູ່ບ້ານສະນອດ, ເມືອງສັງທອງນະຄອນຫລວງວຽງຈັນ, ພ້ອມພັກພວກ 4 ຄົນ ແລະ ຢຶດຂອງກາງຢາບ້ານໄດ້ 18 ພັນກ່ວາເມັດ, ຢາໄອ 502 ກຼາມ, ປືນສັ້ນ 2 ກະບອກ, ລົດໃຫຍ່ 7 ຄັນທີ່ພວກເຂົານຳໃຊ້ເຂົ້າໃນການເຄື່ອນໄຫວຄ້າຂາຍຢາເສບຕິດດັ່ງກ່າວ. (4) ວັນທີ 4 ກັນຍາ 2018 ໄດ້ມ້າງກຸ່ມນາງ ດວງປີ ແສງປະເສີດ ຢູ່ບ້ານໂພນສະຫວ່າງ ເມືອງປາກຊັນແຂວງບໍລິຄຳໄຊ, ພ້ອມພັກພວກ 12 ຄົນ, ຍິງ 4 ຄົນ, ຢຶດຂອງກາງຢາໄອໄດ້ 199 ກິໂລ, ປືນສັ້ນ 1 ກະບອກ, ລົດໃຫຍ່ 9 ຄັນ, ແລະ ວັດຖຸມີຄ່າອີກຈຳນວນໜຶ່ງ ແລະ (5) ໃນວັນທີ 27 ຕຸລາ 2018 ໄດ້ຈັບຕົວທ້າວ ພອນ ຈິດຕະວົງ ພັກເຊົາຢູ່ບ້ານດົງຄຳຊ້າງ, ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ສາມາດຢຶດຢາບ້າໄດ້ 60.000 ເມັດ. ນອກນັ້ນ ກໍຍັງມີລາຍຄະດີຍ່ອຍອື່ນໆ ທີ່ເຈົ້າໜ້າທີ່ສາມາດແກ້ໄຂໄດ້ ຄື: ສາມາດມ້າງແກ້ງມົ້ວສຸມຢາເສບຕິດມີ 431 ເລື່ອງ, ກັກຕົວຜູ້ຕ້ອງຫາໄດ້ 913 ຄົນ, ຊຶ່ງເຈົ້າໜ້າທີ່ໄດ້ສຶກສາອົບຮົມ ແລະ ສົ່ງສູນບຳບັດ, ສ່ວນອີກຈຳນວນໜຶ່ງແມ່ນສົ່ງຕົວດຳເນີນຄະດີຕາມລະບຽບກົດໝາຍ.
ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ອີກວ່າ: ປັດຈຸບັນ, ການແກ້ໄຂບັນຫາຢາເສບຕິດຍັງມີຄວາມຫຍຸ້ງຍາກ, ຍ້ອນການສຶກສາອົບຮົມ, ຄຸ້ມຄອງຂອງພໍ່-ແມ່, ຜູ້ປົກຄອງຕໍ່ລູກຫລານ ບໍ່ໃຫ້ໄປພົວພັນກັບຢາເສບຕິດຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ, ການໂຄສະນາຜົນຮ້າຍ, ຄວາມອັນຕະລາຍຂອງສິ່ງເສບຕິດຍັງບໍ່ທັນເຂົ້າສູ່ລວງເລີກ, ໂດຍສະເພາະຕໍ່ກັບເປົ້າໝາຍຄວາມສ່ຽງເຊັ່ນ: ໄວໜຸ່ມ, ຜູ້ອອກແຮງງານ, ການຈຳກັດແຫລ່ງມົ້ວສຸມບໍ່ທັນເຮັດໄດ້ດີເຊັ່ນ: ບັນດາຮ້ານອິນເຕີເນັດ, ຮ້ານບັນເທີງກິນດື່ມ, ຮ້ານຕູ້ເກມ, ຮ້ານສະໜຸກເກີ ສ່ວນຫລາຍຍັງເປັນບ່ອນຈຳໜ່າຍຢາເສບຕິດລາຍຍ່ອຍ ແລະ ການປະຕິບັດຄຳຕັດສິນຂອງສານຍັງບໍ່ທັນໃຊ້ໄດ້ຢ່າງເດັດຂາດ, ຊຶ່ງເຮັດໃຫ້ບັນຫາຢາເສບຕິດຍັງມີແຜ່ຫລາຍ.