ປີ 2018 ນະຄອນຫລວງບໍ່ສາມາດດຶງດູດນັກທ່ອງທ່ຽວໄດ້ຕາມຄາດໝາຍ
ປີທ່ອງທ່ຽວລາວ 2018 ຜ່ານມານີ້, ນະຄອນຫລວງວຽງຈັນ ບໍ່ສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດໄດ້ຕາມທີ່ວາງຄາດໝາຍໄວ້ 2 ລ້ານກວ່າເທື່ອຄົນ ເຊິ່ງຕົວຈິງບັນລຸໄດ້ພຽງ 1,9 ລ້ານກວ່າຄົນ. ແຕ່ຖ້າທຽບໃສ່ປີ 2017 ເພີ່ມຂຶ້ນ 3 ແສນກວ່າຄົນ.
ທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ສາເຫດທີ່ບໍ່ສາມາດດຶງດູດນັກທ່ອງທ່ຽວໄດ້ຕາມຄາດໝາຍທີ່ວາງໄວ້ກໍຍ້ອນຫລາຍສາເຫດ ເຊິ່ງອັນທີ່ໜຶ່ງແມ່ນຍ້ອນການວາງຄາດໝາຍໄວ້ສູງເກີນໄປ, ບວກກັບປະເທດໃກ້ຄຽງມີນະໂຍບາຍຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນປະເທດຫລາຍຂຶ້ນ ເຮັດໃຫ້ນັກທ່ອງທ່ຽວເຂົ້າມາທ່ອງທ່ຽວນະຄອນຫລວງວຽງຈັນຫລຸດລົງ ແລະ ໄດ້ຮັບຜົນກະທົບຈາກໄພທຳມະຊາດເມື່ອລະດູຝົນຜ່ານມາຄືກັບຫລາຍແຂວງໃນທົ່ວປະເທດ.
ທ່ານ ພອນຈັນ ເວົ້າວ່າ: ເຖິງວ່າຈຳນວນນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວນະຄອນຫລວງວຽງຈັນໃນຜ່ານມາ ບໍ່ບັນລຸຕາມຄາດໝາຍທີ່ວາງໄວ້ ແຕ່ຖ້າທຽບໃສ່ປີ 2017 ເຫັນວ່າເພີ່ມຂຶ້ນ ເຊິ່ງສິ່ງນີ້ກໍຖືວ່າຍັງຢູ່ໃນເກນປົກກະຕິ ເພາະແຕ່ລະປີມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວນະຄອນຫລວງວຽງຈັນສະເລ່ຍແລ້ວເພີ່ມຂຶ້ນປະມານ 3 ແສນຄົນ.