ຊຸກຍູ້ປະຊາຊົນເຂດພາກເໜືອປູກພືດທົດແທນການປູກຝິ່ນ


ເມື່ອບໍ່ດົນມານີ້, ທ່ານຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດກະຊວງປ້ອງກັນຄວາມສະຫງົບ ພັນເອກ ອ່ອນຜີວ ໂຄ້ງວຽງທອງ ໄດ້ນໍາພາຄະນະເຈົ້າໜ້າທີ່ກ່ຽວຂ້ອງຈາກພາກສ່ວນຕ່າງໆ ລົງຕິດຕາມການຊຸກຍູ້ປະຊາຊົນຢູ່ເມືອງນານ, ຊຽງເງິນ ແລະ ເມືອງຈອມເພັດ ແຂວງຫລວງພະບາງ ຫັນໄປປູກພືດທົດແທນການປູກຝີ່ນຂອງບໍລິສັດ ຈົງເຮີ ສປ.ຈີນ, ເຊິ່ງແມ່ນ 1 ໃນຈໍານວນ 38 ບໍລິສັດທີ່ໄດ້ຮັບອະນຸຍາດຈາກລັດຖະບານລາວໃຫ້ຈັດຕັ້ງປະຕິບັດວຽກງານສົ່ງເສີມປະຊາຊົນຫັນມາປູກພືດແທນການປູກຝິ່ນໃນລາວ ແລະ ສະເພາະແຂວງຫລວງພະບາງມີ 6 ບໍລິສັດພວມດໍາເນີນວຽກງານດັ່ງກ່າວຢ່າງເຄັ່ງຮ້ອນ.


ທ່ານ ຢາງ ຊື່ຊຽນ ອໍານວຍການບໍລິສັດດັ່ງກ່າວລາຍງານໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບອະນຸຍາດຈາກລັດຖະບານລາວ, ບໍລິສັດກໍໄດ້ເລີ່ມຈັດຕັ້ງປະຕິບັດວຽກງານຕາມແຜນການວາງໄວ້ນັບແຕ່ປີ 2007 ເປັນຕົ້ນມາ, ໂດຍການປູກຢາງພາລາໃນເນື້ອທີ່ 4.500 ເຮັກຕາ, ກວມເອົາ 3 ເມືອງຂອງແຂວງຫລວງພະບາງຄື: ເມືອງນານ, ຊຽງເງິນ ແລະ ເມືອງຈອມເພັດ, ຕົກມາຮອດປີ 2017-2018 ສາມາດກີດເອົານໍ້າຢາງ ແລະ ຜະລິດຢາງສົ່ງໄປຕ່າງປະເທດ, ໃນນີ້ແຮງງານຂອງບໍລິສັດສ່ວນໃຫຍ່ແມ່ນປະຊາຊົນທ້ອງຖິ່ນ. ນອກນີ້, ບໍລິສັດຍັງໄດ້ຮັບຊື້ນໍ້າຢາງພາລານໍາປະຊາຊົນທີ່ປູກເອງເປັນຈໍານວນຫລາຍໃນລາຄາທີ່ເໝາະສົມ.
ໃນໂອກາດນີ້, ທ່ານຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ສະແດງຄວາມຊົມເຊີຍຕໍ່ບໍລິສັດທີ່ໄດ້ເອົາໃຈໃສ່ຊຸກຍູ້ປະຊາຊົນເຂົ້າຮ່ວມໂຄງການ, ເພື່ອສ້າງອາຊີບ ແລະ ລາຍຮັບທີ່ໝັ້ນຄົງໃຫ້ປະຊາຊົນດີຂຶ້ນ ແລະ ໃນຕໍ່ໜ້ານີ້, ຂໍໃຫ້ບໍລິສັດເພີ່ມທະວີເອົາໃຈໃສ່ການປຸກລະດົມປະຊາຊົນໃນທ້ອງຖິ່ນເຂົ້າຮ່ວມໂຄງການຫລາຍຂຶ້ນ, ຮັບຊື້ເອົານໍ້າຢາງຈາກປະຊາຊົນໃນລາຄາທີ່ດີ, ທັງເປັນການສ້າງວຽກເຮັດງານທໍາ, ສ້າງລາຍຮັບທີ່ໝັ້ນຄົງ ແລະ ບໍ່ໃຫ້ເຂົາເຈົ້າກັບຄືນໄປປູກຝິ່ນອີກ.