2019 ນະຄອນຫລວງຈະເລັ່ງປະຕິບັດມາດຕະການຕໍ່ຜູ້ທີ່ຂາຍເຄື່ອງຊະຊາຍ
ໃນປີ 2019 ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ຈະເລັ່ງປະຕິບັດຂໍ້ກໍານົດເພື່ອແກ້ໄຂການຂາຍເຄື່ອງຊະຊາຍຕາມແຄມທາງຕ່າງໆໃຫ້ໝົດໄປເພາະເປັນບັນຫາແກ່ຍາວມາຫລາຍປີແລ້ວ.
ຫົວໜ້າພະແນກດັ່ງກ່າວໃຫ້ຮູ້ວ່າ: ອີງຕາມຂໍ້ຕົກລົງ ສະບັບເລກທີ່ 1184/ຈນວ ເຊິ່ງບໍ່ອະນຸຍາດໃຫ້ວາງຂາຍເຄື່ອງຊະຊາຍອອກມາເກີນຂອບເຂດໜ້າຮ້ານຂອງຕົນ ແລະ ຜ່ານມາກໍໄດ້ຈັດຕັ້ງປະຕິບັດຢູ່ 5 ເມືອງ ຄື: ເມືອງຈັນທະບູລີ, ສີສັດຕະນາກ, ໄຊເສດຖາ, ສີໂຄດຕະບອງ ແລະ ໄຊທານີ ພົບເຫັນການຂາຍເຄື່ອງຊະຊາຍ ເປັນຈໍານວນຫລາຍ, ອັນກໍ່ໃຫ້ເກີດສະພາບແອອັດ ແລະ ຂາດຄວາມເປັນລະບຽບຮຽບຮ້ອຍຈົບງາມຂອງຕົວເມືອງ ເຊິ່ງສ່ວນຫລາຍແມ່ນຢູ່ຕາມເເຄມທາງໃກ້ໂຮງງານຕັດຫຍິບ, ເສັ້ນທາງແຄມຂອງບໍລິເວນສວນເຈົ້າອານຸວົງເລົ່ານີ້ເປັນຕົ້ນ, ບັນຫາຫລັກໆແມ່ນຊາວຄ້າຂາຍຍັງມີການລະເມີດ, ບໍ່ປະຕິບັດຕາມລະບຽບການເມື່ອເວລາເຈົ້າໜ້າທີ່ບໍ່ຢູ່ກໍກັບມາຂາຍຄືເກົ່າ ໂດຍສະ ເພາະເວລານອກໂມງການ, ວັນເສົາ ແລະ ວັນອາທິດ.
ດັ່ງນັ້ນ, ໃນປີ 2019ນີ້ ໂດຍອີງຕາມມະຕິຕົກລົງກອງປະຊຸມອົງການປົກຄອງ ສະບັບເລກທີ 09 ລົງວັນທີ 17 ທັນວາ 2018 ໄດ້ລະບຸໄວ້ວ່າ: 1). ຈະຕ້ອງໄດ້ຄົ້ນຄວ້າປັບປຸງລະບຽບການຈັດສັນຕະຫຼາດໂດຍແຍກອອກເປັນສອງເຂດໃຫ້ລະອຽດ ຄື: ຕະຫຼາດໃນເທສະບານ ແລະ ຕະຫຼາດຊານເມືອງ, ສໍາລັບຕະຫຼາດໃນເທສະບານ ແນໃສ່ຫັນທ່າອ່ຽງໃຫ້ທັນສະໄໝດ້ານບໍລິການ, ຕາມມາດຕະຖານຕະຫລາດຂອງບັນດາປະເທດອາຊຽນ ແລະ ກໍານົດນະໂຍບາຍ ເພື່ອສົ່ງເສີມໃຫ້ຜູ້ຄ້າຂາຍຊະຊາຍຕາມແຄມທາງໃຫ້ເຂົ້າໄປຂາຍໃນຊຸບເປີມາເກັດ ແລະ ຫ້າງສັບພະສີນຄ້າຢ່າງເດັດຂາດ, ສ່ວນຕະຫຼາດຊານເມືອງກໍບໍ່ຈໍາເປັນມີມາດຕະຖານສູງ ແຕ່ຕ້ອງຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຮັກສາຄວາມປອດໄພໄດ້; 2). ຊູກຍູ້ໃຫ້ມີການສ້າງຕັ້ງກຸ່ມທຸລະກິດຈັດສັນຕະຫຼາດໃຫ້ເປັນໄປຕາມກົດໝາຍ; 3). ຫຼັງຈາກກົດລະບຽບສະບັບປັບປຸງສໍາເລັດ ແລະ ຮັບຮອງແລ້ວ, ຈະໄດ້ຈັດສໍາມະນາຮ່ວມກັບແຕ່ລະຂະແຫນງການ ແລະ ບັນດາຫ້າງສັບພະສິນຄ້າ, ຊຸບເປີມາເກັດ, ເຈົ້າຂອງຕະຫຼາດ ເພື່ອໃຫ້ນໍາໃຊ້ໄດ້; 4). ອອກແຈ້ງການເຖິງເຈົ້າຂອງຕະຫຼາດກ່ຽວກັບໂມງເປີດ-ປິດຕະຫຼາດໃຫ້ຄຸ້ມຄອງໄດ້ເປັນຕົ້ນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ; 5). ຄົ້ນຄວ້ານິຕິກໍາວ່າດ້ວຍຂັ້ນຄຸ້ມຄອງລະຫວ່າງນະຄອນຫລວງວຽງຈັນ, ພະແນກອຸດສາຫະກໍາ ແລະ ການຄ້າ ແລະ ເມືອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ, 6) ສືບຕໍ່ຊຸກຍູ້ການແກ້ໄຂບັນຫາ ແລະ ຂໍ້ຂັດແຍ່ງຕ່າງໆລະຫວ່າງຕະຫຼາດ ຕາມມະຕິຕົກລົງຂອງອົງການປົກຄອງນະຄອນຫຼວງວຽງຈັນ ຂັ້ນໃດຮັບຜິດຊອບແມ່ນມອບໃຫ້ຂັ້ນນັ້ນເປັນຜູ້ຕັດສິນຊີ້ຂາດ; 7). ສືບຕໍ່ຊຸກຍູ້ໃຫ້ຄະນະຄຸ້ມຄອງຕະຫຼາດຂັ້ນເມືອງຈັດສັນຕະຫຼາດ ເປົ້າຫມາຍຂອງເມືອງ ໃຫ້ເປັນຕະຫຼາດມາດຕະຖານຢ່າງຫນ້ອຍ 2 ແຫ່ງຢູ່ເມືອງ ໄຊເສດຖາ ເເລະ ເມືອງສີສັດຕະນາກ, ເພື່ອແກ້ໄຂບັນຫາດັ່ງກ່າວ.