ທ່ານ ທຣຳ ຂູ່ປະກາດພາວະສຸກເສີນ ເພື່ອໂຄງການສ້າງກຳແພງ
ປະທານາທິບໍດີ ໂດນັລ ທຣຳ ກ່າວວ່າ: ສະພາບຊັດດາວຂອງລັດຖະບານກາງອາເມລິກາ ເຊິ່ງກ້າວເຂົ້າສູ່ອາທິດທີ 3 ແລ້ວ ອາດດົນເປັນເດືອນ ຫລື ເປັນປີ ແລະ ພ້ອມປະກາດສະຖານະການສຸກເສີນ ເພື່ອໃຫ້ໂຄງການກໍ່ສ້າງກຳແພງເກີດຂຶ້ນ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ໂດນັລ ທຣຳ ຖະແຫລງໃນວັນທີ 4 ມັງກອນ ພາຍຫລັງສຳເລັດການພົບປະຫາລືຄັ້ງໃໝ່ກັບແກນນຳຂອງພັກເດໂມແຄຣດ ຄືທ່ານນາງ ແນນຊີ ເປໂລຊີ ປະທານສະພາຜູ້ແທນລາສະດອນ ແລະ ທ່ານ ຊັກ ຊູເມີ ແກນນຳສຽງສ່ວນໜ້ອຍໃນວຸດທິສະພາ ເນັ້ນວ່າ: ຄວາມປອດໄພ ແລະ ຄວາມໝັ້ນຄົງຕາມຊາຍແດນ ຖືເປັນໜຶ່ງໃນວາລະສຳຄັນຂອງປະເທດ ໂດຍສະເພາະສະຖານະການຕາມຊາຍແດນທາງຕອນໃຕ້ທີ່ຕິດກັບເມັກຊິກ ເຊິ່ງໃນຕອນນີ້ອັນຕະລາຍ ແລະ ເປັນຫາຍະນະຈາກການທີ່ຄາລາວານຜູ້ອົບພະຍົບຜິດກົດໝາຍ, ແກ້ງຄ້າຢາເສບຕິດ ແລະ ຂະບວນການຄ້າມະນຸດຍັງຄົງພະຍາຍາມລັກລອບຂ້າມຊາຍແດນ.
ທ່ານ ທຣຳ ກ່າວວ່າ: ການພົບປະຫາລືກັບນາງ ເປໂລຊີ ແລະ ທ່ານ ຊູເມີ ເທື່ອຫລ້າສຸດ ເປັນໄປຢ່າງສ້າງສັນ, ແຕ່ເຕືອນວ່າ: ສະພາບຊັດດາວທີ່ຍືດເຍື້ອມາແຕ່ວັນທີ 22 ທັນວາປີຜ່ານມາ ຈະຍັງດຳເນີນຕໍ່ໄປຕາບເທົ່າທີ່ຈຳເປັນ ເຊິ່ງອາດດົນເປັນເດືອນ ຫລື ເປັນປີ, ແຕ່ຫວັງວ່າຈະບໍ່ດົນຂະໜາດນັ້ນ. ເຖິງຢ່າງໃດກໍຕາມ, ທ່ານໄດ້ກຽມແຜນການຮອງຮັບໄວ້ແລ້ວ ລວມທັງການໃຊ້ອຳນາດພິເສດປະກາດ ສະຖານະການສຸກເສີນ ເພື່ອເດີນໜ້າໂຄງການກໍ່ສ້າງກຳແພງ. ຜູ້ນຳອາເມລິກາຢືນຢັນວ່າ: ຫົນທາງດຽວທີ່ຈະສາມາດແກ້ໄຂວິກິດດັ່ງກ່າວໄດ້ຢ່າງວ່ອງໄວທີ່ສຸດ ຄືການມີໂຄງສ້າງທີ່ແຂງແກ່ນຕາມຊາຍແດນທີ່ຕິດກັບເມັກຊິກ ບໍ່ວ່າຈະເປັນການກໍ່ສ້າງດ້ວຍຄອນກີດ ຫລື ເຫລັກ ແລະ ທ່ານຈະບໍ່ມີທາງລົງນາມໃນແຜນງົບປະມານສະບັບໃດກໍຕາມ ທີ່ບໍ່ມີງົບປະມານສ້າງກຳແພງລວມຢູ່ນຳ ຫລື ຕໍ່າກວ່າ 5.000 ລ້ານໂດລາສະຫະລັດ.