ມາດຣິດ ເສີມທັບຄົນທຳອິດ ຄວ້າກາງດາວຮຸ່ງຈາກ ແມນຊິຕີ້

ມາດຣິດ ເສີມທັບຄົນທຳອິດ ຄວ້າກາງດາວຮຸ່ງຈາກ ແມນຊິຕີ້ - 333 1 - ມາດຣິດ ເສີມທັບຄົນທຳອິດ ຄວ້າກາງດາວຮຸ່ງຈາກ ແມນຊິຕີ້
ມາດຣິດ ເສີມທັບຄົນທຳອິດ ຄວ້າກາງດາວຮຸ່ງຈາກ ແມນຊິຕີ້ - kitchen vibe - ມາດຣິດ ເສີມທັບຄົນທຳອິດ ຄວ້າກາງດາວຮຸ່ງຈາກ ແມນຊິຕີ້

     ຣີລ ມາດຣິດ ​ແຊ້ມຢູຟາ​ແຊມ​ປ້ຽນ ​ແລະ ສະ​ໂມ​ສອນ​ໂລກ 3 ສະ​ໄໝ​ຊ້ອນ ຄວ້າ ບຣາຮິມ ດີ​ອາສ (Brahim Diaz) ກອງກາງ​ອະນາຄົດ​ໄກ​ຊາວ​ສະ​ເປ​ນ ​ໄວ 19 ປີ ຈາກ​ແມນ​ເຊັສ​ເຕີ ຊິ​ຕີ້ ດ້ວຍ​ຄ່າ​ຕົວ​ປະມານ 15 ລ້ານ​ປອນ ​ເຊັນ​ສັນຍາ 6 ປີ​ເຄິ່ງ ກາຍ​ເປັນ​ນັກ​ເຕະ​ຄົນ​ທຳ​ອິດ​ທີ່ ມາດຣິດ ​ເສີມ​ທັບ​ໃນ​ເດືອນ​ມັງກອນ ຕະຫລາດ​ຊື້-ຂາຍ​ນັກ​ເຕະ​ຮອບ​ສອງ.

       ລາຍ​ງານ​ຈາກ​ຫລາຍ​ສື່​ໃນ​ສະ​ເປ​ນລະບຸ​ວ່າ: ມາດຣິດ ຈະ​ເພີ່ມ​ຄ່າ​ຕົວ​ໃຫ້​ອີກ 6 ລ້ານ 5 ​ແສນ​ປອນ ຖ້າ ບຣາຮິມ ດີ​ອາສ ຜົນງານ​ດີ ຈະ​ໄດ້​ຮັບ​ຄ່າ​ເມື່ອຍ​ປະມານ 60.000 ປອນ​ຕໍ່​ອາທິດ, ​ໃນ​ເງື່ອນ​ໄຂ​ສັນຍາ ​ແມນ​ຊິ​ຕີ້ ຈະ​ໄດ້​ສ່ວນ​ແບ່ງ 15% ຖ້າ ມາດຣິດ ຂາຍ ບຣາຮິມ ດີ​ອາສ ​ແລະ ຈະ​ໄດ້​ເພີ່ມ​ເປັນ 40% ຖ້າ​ຂາຍ​ໃຫ້ ​ແມນ​ຢູ.

      ສຳລັບ ບຣາຮິມ ດີ​ອາສ ມີ​ຄວາມ​ສູງ 170 ຊັງ​ຕີ​ແມັດ, ​ເກີດ​ທີ່​ເມືອງ​ມາລາ​ກ້າ ປະ​ເທດສະ​ເປ​ນ ​ແລະ ​ເຕີບ​ໃຫຍ່​ຈາກ​ອາຄາ​ເດ​ມີ້ ສະ​ໂມ​ສອນ ມາ​ລາ​ກ້າ ປີ 2010-2013 ກ່ອນ​ຍ້າຍ​ໄປ ​ແມນ​ຊິ​ຕີ້ ​ໃນ​ປີ 2013-2016 ​ແລະ ສາມາດ​ກ້າວ​ສູ່​ທີ​ມຊຸດ​ໃຫຍ່ ລົງ​ຫລິ້ນ 15 ນັດ​ ຍິງ​ໄດ້ 2 ປະຕູ.

ມາດຣິດ ເສີມທັບຄົນທຳອິດ ຄວ້າກາງດາວຮຸ່ງຈາກ ແມນຊິຕີ້ - 4 - ມາດຣິດ ເສີມທັບຄົນທຳອິດ ຄວ້າກາງດາວຮຸ່ງຈາກ ແມນຊິຕີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!