ພາສີການເດີນທາງຂາອອກຍີ່ປຸ່ນ ມີຜົນບັງຄັບໃຊ້ແລ້ວ
ນະໂຍບາຍຂອງລັດຖະບານຍີ່ປຸ່ນ ໃນການເກັບພາສີຂາອອກສຳລັບນັກທ່ອງທ່ຽວ ແລະ ນັກທຸລະກິດທຸກສັນຊາດໃນອັດຕາຄົນລະ 1.000 ເຢັນ ມີຜົນບັງຄັບໃຊ້ແລ້ວຢ່າງເປັນທາງການ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານນາຍົກລັດຖະມົນຕີຍີ່ປຸ່ນ ອອກຖະແຫລງການໃນວັນທີ 7 ມັງກອນວ່າ: ການເກັບພາສີຂາອອກສຳລັບນັກທ່ອງທ່ຽວ ແລະ ນັກທຸລະກິດທຸກຄົນ ບໍ່ວ່າຈະຖືສັນຊາດໃດກໍຕາມທີ່ເອີ້ນກັນວ່າ: ພາສີຊາໂຍນາລະ ຫລື ຄ່າທຳນຽມການອອກຈາກແຜ່ນດິນ ໃນອັດຕາຄົນລະ 1.000 ເຢັນ ມີຜົນບັງຄັບໃຊ້ແລ້ວຢ່າງເປັນທາງການ ເຊິ່ງລາຄາດັ່ງກ່າວຈະລວມຢູ່ໃນບັດໂດຍສານຖ້ຽວບິນໂດຍອັດຕະໂນມັດ ແລະ ມີຜົນຕໍ່ພົນລະເມືອງທີ່ມີອາຍຸ 2 ປີຂຶ້ນໄປ, ແຕ່ຜູ້ໂດຍສານທີ່ແວ່ພັກປ່ຽນຖ້ຽວບິນຢູ່ຍີ່ປຸ່ນພາຍໃນໄລຍະເວລາບໍ່ເກີນ 24 ຊົ່ວໂມງຈະໄດ້ຮັບການຍົກເວັ້ນ.
ທັງນີ້, ລັດຖະບານຂອງນາຍົກລັດຖະມົນຕີ ຊິນໂຊ ອາເບະ ຕັ້ງເປົ້າໝາຍເກັບພາສີດັ່ງກ່າວໃຫ້ໄດ້ 50.000 ລ້ານເຢັນ ໃນປີງົບປະມານ 2019 ເພື່ອນຳໄປພັດທະນາລະບົບໂຄງລ່າງພື້ນຖານດ້ານການທ່ອງທ່ຽວທີ່ກ່ຽວຂ້ອງເຊັ່ນ: ການປະຕິຮູບລະບົບກວດຄົນເຂົ້າເມືອງ ແລະ ການປຸກກະແສທ່ອງທ່ຽວເມືອງຮອງ.
ສະຖິຕິນັກທ່ອງທ່ຽວຕ່າງປະເທດເຂົ້າຍີ່ປຸ່ນໃນປີຜ່ານມາມີຫລາຍກວ່າ 30 ລ້ານຄົນ ສູງທີ່ສຸດເປັນປະຫວັດສາດ ແລະ ລັດຖະບານຕັ້ງເປົ້າດຶງດູດນັກທ່ອງທ່ຽວໃຫ້ໄດ້ 40 ລ້ານຄົນພາຍໃນປີ 2020 ເຊິ່ງເປັນປີທີ່ນະຄອນຫລວງໂຕກຽວເປັນເຈົ້າພາບຈັດການແຂ່ງຂັນໂອແລັມປິກລະດູຮ້ອນ.