ປະທານທະນາຄານໂລກປະກາດ ລາອອກຈາກຕຳແໜ່ງກ່ອນໝົດວາລະ
ທ່ານ ຈິມຢອງກິມ ປະທານທະນາຄານໂລກ ປະກາດໃນວັນທີ 7 ມັງກອນວ່າ: ທ່ານຈະລາອອກຈາກຕຳແໜ່ງໃນເດືອນໜ້າ, ຂະນະທີ່ຍັງເຫລືອວາລະການດຳລົງຕຳແໜ່ງອີກ 3 ກວ່າປີ.
ທ່ານ ຈິມຢອງກິມ ຊາວອາເມລິກາເຊື້ອສາຍ ສ.ເກົາຫລີ ອາຍຸ 59 ປີ ກ່າວໃນຖະແຫລງການວ່າ: ຖືເປັນກຽດຢ່າງຍິ່ງທີ່ໄດ້ຮັບໜ້າທີ່ໃນຕຳແໜ່ງປະທານຂອງສະຖາບັນທີ່ມີຊື່ສຽງ, ມີພະນັກງານທີ່ມີຄວາມຮັກໃນການເຮັດວຽກໃນໜ້າທີ່ທີ່ມີພາລະກິດໃນການກຳຈັດຄວາມທຸກຍາກໃຫ້ໝົດໄປ. ທະນາຄານໂລກ ລະບຸວ່າ: ທ່ານ ຈິມຢອງກິມ ເຊິ່ງເຂົ້າມາດຳລົງຕຳແໜ່ງປະທານທະນາຄານໂລກໃນປີ 2012 ແລະ ດຳລົງຕຳແໜ່ງນີ້ເປັນສະໄໝທີ 2 ຈະໄປເຮັດວຽກໃຫ້ບໍລິສັດທີ່ຍັງບໍ່ເປີດເຜີຍຊື່ ທີ່ມຸ່ງເນັ້ນເລື່ອງການລົງທຶນໃນປະເທດກຳລັງພັດທະນາ ແລະ ຈະກັບໄປເປັນໜຶ່ງໃນຄະນະກຳມະການບໍລິຫານຂອງພາດເນີ ອິນ ເຮລ ເຊິ່ງເປັນມູນນິທິທີ່ທ່ານຮ່ວມສ້າງຕັ້ງ ໂດຍຫລັງຈາກທ່ານ ຈິມຢອງກິມ ພົ້ນຈາກຕຳແໜ່ງໃນວັນທີ 1 ກຸມພາ, ທ່ານ ນາງ ຄຣິສຕາລິນາ ຈໍຈີວາ ປະທານເຈົ້າໜ້າທີ່ບໍລິຫານທະນາຄານໂລກ ຈະຮັກສາການໃນຕຳແໜ່ງປະທານທະນາຄານໂລກເປັນການຊົ່ວຄາວ. ພາຍໃຕ້ການບໍລິຫານຂອງທ່ານ ຈິມຢອງກິມ, ທະນາຄານໂລກກຳນົດຈະກຳຈັດຄວາມທຸກຍາກທີ່ຮຸນແຮງໃຫ້ໄດ້ພາຍໃນປີ 2030 ແລະ ເພີ່ມເງິນສະໜັບສະໜູນປະເທດກຳລັງພັດທະນາ.