ຮອງ​ນາຍົກ​ຊີ້​ການ​ແກ້​ໄຂ​ແຮງ​ງານ​ຕ່າງ​ດ້າວ​ຊັກ​ຊ້າ ຍ້ອນ​ການ​ປະຕິບັດ​ກົດໝາຍ​ບໍ່​ເຂັ້ມງວດ

ຮອງ​ນາຍົກ​ຊີ້​ການ​ແກ້​ໄຂ​ແຮງ​ງານ​ຕ່າງ​ດ້າວ​ຊັກ​ຊ້າ ຍ້ອນ​ການ​ປະຕິບັດ​ກົດໝາຍ​ບໍ່​ເຂັ້ມງວດ - sonxay - ຮອງ​ນາຍົກ​ຊີ້​ການ​ແກ້​ໄຂ​ແຮງ​ງານ​ຕ່າງ​ດ້າວ​ຊັກ​ຊ້າ ຍ້ອນ​ການ​ປະຕິບັດ​ກົດໝາຍ​ບໍ່​ເຂັ້ມງວດ
ຮອງ​ນາຍົກ​ຊີ້​ການ​ແກ້​ໄຂ​ແຮງ​ງານ​ຕ່າງ​ດ້າວ​ຊັກ​ຊ້າ ຍ້ອນ​ການ​ປະຕິບັດ​ກົດໝາຍ​ບໍ່​ເຂັ້ມງວດ - kitchen vibe - ຮອງ​ນາຍົກ​ຊີ້​ການ​ແກ້​ໄຂ​ແຮງ​ງານ​ຕ່າງ​ດ້າວ​ຊັກ​ຊ້າ ຍ້ອນ​ການ​ປະຕິບັດ​ກົດໝາຍ​ບໍ່​ເຂັ້ມງວດ

ໃນໂອກາດໃຫ້ກຽດເຂົ້າຮ່ວມແລະໂອ້ລົມຕໍ່ກອງປະຊຸມແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດຫມາຍຢູ່ ສປປ ລາວ, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນຈຸດທີ່ພາໃຫ້ການແກ້ໄຂບັນຫາດັ່ງກ່າວບໍ່ທັນເຮັດໄດ້ດີແລະ ຊັກຊ້າໃນໄລຍະຜ່ານມານັ້ນຄືການປະຕິບັດລະບຽບກົດຫມາຍກ່ຽວຂ້ອງຕ່າງໆບໍ່ທັນເຂັ້ມງວດ, ອັນໄດ້ເຮັດໃຫ້ສັງຄົມຕໍານິວິຈານຫລາຍສົມຄວນ, ໂດຍສະເພາະແມ່ນຫາງສຽງການສວຍໂອກາດຫາຜົນປະໂຫຍດຈາກຄົນຕ່າງດ້າວທີ່ເຂົ້າມາອອກແຮງງານ, ທໍາມາຫາກິນ, ຄ້າຂາຍຢູ່ລາວຂອງເຈົ້າຫນ້າທີ່ແລະອໍານາດການປົກຄອງທ້ອງຖິ່ນຈໍານວນຫນຶ່ງ ແລະ ເພື່ອແກ້ໄຂສະພາບດັ່ງກ່າວໃຫ້ຫລຸດລົງຢ່າງຈະແຈ້ງໃນຕໍ່ຫນ້ານັ້ນ, ກ່ອນອື່ນພວກເຮົາຕ້ອງກໍາແຫນ້ນ ແລະປະຕິບັດຍຸດທະສາດການຄຸ້ມຄອງລັດດ້ວຍກົດຫມາຍ, ຫມາຍວ່າຕ້ອງຫັນເອົາການຄຸ້ມຄອງຄົນຕ່າງປະເທດໃຫ້ໄປຕາມລະບຽບກົດຫມາຍຂອງປະເທດເຮົາ, ທັງເປັນການສ້າງຄວາມສະດວກໃນການປົກປ້ອງສິດແລະຜົນປະໂຫຍດຂອງເຂົາເຈົ້າດ້ວຍກົດຫມາຍ. ເອົາໃຈໃສ່ສຶກສາອົບຮົມເຈົ້າຫນ້າທີ່, ພະນັກງານ, ອໍານາດການປົກຄອງທ້ອງຖິ່ນ, ນັກທຸລະກິດ, ຜູ້ປະກອບການຕ່າງໆຕ້ອງໃຫ້ເຫັນຜົນປະໂຫຍດລວມຂອງຊາດເປັນຫລັກ, ບໍ່ໃຫ້ປິດບັງເຊື່ອງອໍາ ແລະ ບໍ່ອໍານວຍຄວາມສະດວກໃຫ້ຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຢູ່ສປປລາວເປັນອັນຂາດ, ບຸກຄົນໃດ, ທ້ອງຖິ່ນໃດບໍ່ເອົາໃຈໃສ່ຫລືຍັງປະປ່ອຍໃຫ້ມີສະພາບດັ່ງກ່າວເກີດຂຶ້ນໂດຍບໍ່ລາຍງານຕໍ່ຂະແຫນງກ່ຽວຂ້ອງຕ້ອງໄດ້ດໍາເນີນລະບຽບວິໄນຕາມລະບຽບກົດຫມາຍເຊັ່ນກັນ.

ທ່ານຮອງນາຍົກກ່າວວ່າ: ຖ້າຫັນຄົນຕ່າງດ້າວເຂົ້າສູ່ລະບຽບກົດຫມາຍແລ້ວມັນຈະຊ່ວຍໃຫ້ປະເທດຊາດມີລາຍຮັບເພີ່ມຂຶ້ນ, ພົນລະເມືອງລາວຈະມີວຽກເຮັດງານທໍາຫລາຍຂຶ້ນແລະສັງຄົມມີຄວາມສະຫງົບດີຂຶ້ນ, ອັນສໍາຄັນແມ່ນສາມາດຕີຖອຍສຽງຕໍານິວິຈານຕໍ່ພັກ ແລະ ລັດເຮົາອີກດ້ວຍ.

ຮອງ​ນາຍົກ​ຊີ້​ການ​ແກ້​ໄຂ​ແຮງ​ງານ​ຕ່າງ​ດ້າວ​ຊັກ​ຊ້າ ຍ້ອນ​ການ​ປະຕິບັດ​ກົດໝາຍ​ບໍ່​ເຂັ້ມງວດ - Visit Laos Visit SALANA BOUTIQUE HOTEL - ຮອງ​ນາຍົກ​ຊີ້​ການ​ແກ້​ໄຂ​ແຮງ​ງານ​ຕ່າງ​ດ້າວ​ຊັກ​ຊ້າ ຍ້ອນ​ການ​ປະຕິບັດ​ກົດໝາຍ​ບໍ່​ເຂັ້ມງວດ
ຮອງ​ນາຍົກ​ຊີ້​ການ​ແກ້​ໄຂ​ແຮງ​ງານ​ຕ່າງ​ດ້າວ​ຊັກ​ຊ້າ ຍ້ອນ​ການ​ປະຕິບັດ​ກົດໝາຍ​ບໍ່​ເຂັ້ມງວດ - 5 - ຮອງ​ນາຍົກ​ຊີ້​ການ​ແກ້​ໄຂ​ແຮງ​ງານ​ຕ່າງ​ດ້າວ​ຊັກ​ຊ້າ ຍ້ອນ​ການ​ປະຕິບັດ​ກົດໝາຍ​ບໍ່​ເຂັ້ມງວດ
ຮອງ​ນາຍົກ​ຊີ້​ການ​ແກ້​ໄຂ​ແຮງ​ງານ​ຕ່າງ​ດ້າວ​ຊັກ​ຊ້າ ຍ້ອນ​ການ​ປະຕິບັດ​ກົດໝາຍ​ບໍ່​ເຂັ້ມງວດ - 4 - ຮອງ​ນາຍົກ​ຊີ້​ການ​ແກ້​ໄຂ​ແຮງ​ງານ​ຕ່າງ​ດ້າວ​ຊັກ​ຊ້າ ຍ້ອນ​ການ​ປະຕິບັດ​ກົດໝາຍ​ບໍ່​ເຂັ້ມງວດ
ຮອງ​ນາຍົກ​ຊີ້​ການ​ແກ້​ໄຂ​ແຮງ​ງານ​ຕ່າງ​ດ້າວ​ຊັກ​ຊ້າ ຍ້ອນ​ການ​ປະຕິບັດ​ກົດໝາຍ​ບໍ່​ເຂັ້ມງວດ - 3 - ຮອງ​ນາຍົກ​ຊີ້​ການ​ແກ້​ໄຂ​ແຮງ​ງານ​ຕ່າງ​ດ້າວ​ຊັກ​ຊ້າ ຍ້ອນ​ການ​ປະຕິບັດ​ກົດໝາຍ​ບໍ່​ເຂັ້ມງວດ