ເອີຣົບອາກາດໜາວແຮງ ບາງແຫ່ງອຸນຫະພູມ -24 ອົງສາ ມີຜູ້ເສຍຊີວິດແລ້ວ 13 ຄົນ
ຫລາຍປະເທດເອີຣົບຜະເຊີນສະພາບອາກາດໜາວແຮງເປັນມື້ທີ 3 ບາງແຫ່ງອຸນຫະພູມຕິດລົບ 24 ອົງສາ, ມີຜູ້ເສຍຊີວິດແລ້ວ 13 ຄົນ ສ່ວນຫລາຍຖືກຫິມະຖະຫລົ່ມທັບ.
ຫລາຍປະເທດເຂດເອີຣົບກຳລັງຜະເຊີນສະພາບອາກາດໜາວແຮງອີກເປັນມື້ທີ 3 ໃນວັນທີ 9 ມັງກອນ ຈຳນວນຜູ້ເສຍຊີວິດລວມໃນອາທິດຜ່ານມາມີຢ່າງໜ້ອຍ 13 ຄົນ ສ່ວນຫລາຍຖືກຫິມະຖະຫລົ່ມທັບ ພົບຢູ່ນອກແວ, ຊູແອດ ແລະ ຣູມານີ ອຸນຫະພູມຕິດລົບ 24 ອົງສາ ປະເທດລະ 1 ຄົນ, ຢູ່ແຟງລັງ 3 ຄົນ ໂດຍຍັງມີຜູ້ເສຍຊີວິດຢູ່ສະວິດ, ອົດສະຕຣາລີ ແລະ ເຢຍລະມັນ.
ກໍລະນີຂອງໂອຕຣິດ ປະຊາຊົນຫລາຍຮ້ອນຄົນຢູ່ແຕ່ໃນເຮືອນ ເພາະຖະໜົນຖືກຫິມະອັດຂວາງການຈະລາຈອນ ລົດສັນຈອນບໍ່ໄດ້, ບາງພາກພື້ນໄຟຟ້າມອດຫລັງຕົ້ນໄມ້ຮັບນ້ຳໜັກຫິມະບໍ່ໄຫວ ຫັກທັບສາຍໄຟຟ້າຂາດ ແລະ ມີການເຂົ້າຊ່ວຍເຫລືອນັກປີນເຂົາຊາວເຢຍລະມັນ 11 ຄົນ ທີ່ຄົງຄ້າງໃນເຄບິນໃກ້ເມືອງຊັລບວກ ໂດຍບໍ່ມີໄຟຟ້າ ແລະ ອາຫານເຫລືອໜ້ອຍມາແຕ່ວັນທີ 4 ມັງກອນ.
ໂຮງຮຽນຫລາຍແຫ່ງຍັງຢຸດການຮຽນ-ການສອນ ເຊັ່ນດຽວກັບໂຮງຮຽນຫລາຍແຫ່ງໃນນະຄອນຫລວງເອເທນ ຂອງເກຣັກ ເພາະຫິມະຕົກໜາທົ່ວພື້ນທີ່, ຖະໜົນບາງເສັ້ນໃນເຂດຕີນພູຖືກຫິມະປົກຄຸມໜາຈົນຕ້ອງປິດ, ກຸ່ມຜູ້ອົບພະຍົບຫລາຍສິບຄົນທີ່ຢູ່ໃນເຕັ້ນທາງເໜືອ ລວມກັນປະທ້ວງສະພາບການເປັນທີ່ຂາດເຂີນ, ຂະນະທີ່ອຸນຫະພູມໃນບາງພື້ນທີ່ຕິດລົບເຖິງ 20 ອົງສາ.
ເຈົ້າໜ້າທີ່ເຢຍລະມັນເຕືອນຊາວເມືອງຮຳບວກ ຕິດແຄມຝັ່ງທາງເໜືອ ກຽມຮັບມືໄພນ້ຳຖ້ວມຈາກແຮງລົມລະດູໜາວ, ສະໜາມບິນສຄິໂລ ໃນນະຄອນຫລວງອຳສະເຕີດຳຂອງໂຮນລັງ ຍົກເລີກຖ້ຽວບິນເກືອບ 25% ໃນວັນທີ 8 ມັງກອນ ການຍົກເລີກຖ້ຽວບິນຍັງມີໃນສະໂລວາກີນຳອີກ.