ຮາຣິງຕັ້ນ ແຊ້ມເມເຈີ 3 ສະໄໝ ຖືກແຕ່ງຕັ້ງເປັນ ຫົວໜ້າທີມກັອຟ ໄຣເດີຄັບ ເອີຣົບ ລຸ້ນແຊ້ມ ປີ 2020
ແພັດຣິກ ຮາຣິງຕັ້ນ ແຊ້ມເມເຈີ 3 ສະໄໝ ຊາວໄອຣແລນ ໄວ 47 ປີ ຖືກແຕ່ງຕັ້ງເປັນຫົວໜ້າທີມກັອຟ ໄຣເດີຄັບ ທີມເອີຣົບ ລຸ້ນແຊ້ມ ໄຣເດີຄັບ ປີ 2020 ທີ່ສະໜາມ Whistling Straits ລັດວິສຄອນຊິນ ສະຫະລັດອາເມລິກາ.
ຮາຣິງຕັ້ນ ເຄີຍເປັນຮອງກັບຕັນ ຫລື ຮອງຫົວໜ້າທີມໄຣເດີຄັບ ທີມເອີຣົບ 3 ສະໄໝ ໂດຍສະເພາະຄັ້ງຫລ້າສຸດປີ 2018 ເປັນຮອງ ໂທມາສ ບີຢ໋ອນ ຊາວເດັນມາກ ຊ່ວຍນຳທີມຊະນະ ທີມສະຫະລັດອາເມລິກາ ຄວ້າແຊ້ມມາຄອງ. ຮາຣິງຕັ້ນ ເຄີຍເປັນນັກກິລາທີມເອີຣົບ ລົງແຂ່ງ 6 ຄັ້ງ ນັບແຕ່ປີ 1999, ນຳທີມໄດ້ແຊ້ມ 4 ຄັ້ງ ເກັບໄດ້ 10,5 ຄະແນນ ຈາກທັງໝົດ 25 ຄະແນນ. ຮາຣິງຕັ້ນ ເຄີຍເປັນແຊ້ມເມເຈີ 3 ສະໄໝຄື: ເດີໂອເພັນ ແຊມປ້ຽນຊິບ 2 ສະໄໝຊ້ອນ 2007, 2008 ແລະ ເປັນແຊ້ມ ພີຈີເອ ແຊມປ້ຽນຊິບ ປີ 2008.
ສຳລັບການແຂ່ງຂັນກັອຟ ໄຣເດີຄັບ ເປັນການນຳເອົານັກກັອຟຊັ້ນນຳຂອງທີມເອີຣົບ ພົບກັບ ທີມສະຫະລັດອາເມລິກາ ຈັດຂຶ້ນ 2 ປີຕໍ່ຄັ້ງ ເລີ່ມປີ 1979 ລວມ 20 ຄັ້ງຜ່ານມາ ທີມເອີຣົບ ຊະນະ 11, ທີມອາເມລິກາຊະນະ 8 ສະເໝີ 1. ກ່ອນໜ້ານີ້ ເລີ່ມຕົ້ນແມ່ນການຈັດເອົາທີມອາເມລິກາ ພົບກັບ ທີມສະຫະຣາຊະອານາຈັກ ໃນປີ 1927-1977 ລວມກັນແລ້ວໃນປີ 2020 ແມ່ນເປັນຄັ້ງທີ 43 ທີມສະຫະລັດອາເມລິກາຈະເປັນເຈົ້າພາບ.