ແມັກເກຣເກີ ຕ້ອງການດວນກັບ ເທັນຊິນ ແບບອອກອາວຸດຄົບເຄື່ອງ
ຄໍເນີ ແມັກເກຣເກີ ນັກມວຍຊາວສາທາລະນະລັດໄອຣແລນ ໄວ 30 ປີ ທີ່ຖະໝັດອອກອາວຸດແບບຄົບເຄື່ອງ Kickboxing ແລະ Mixed Martial Arts ຕ້ອງການຊົກກັບ ເທັນຊິນ ນາຊຸກາວະ ນັກມວຍຊາວຍີ່ປຸ່ນ ໄວ 20 ປີ ທີ່ຖະໜັດຊົກແບບດຽວກັບ ແມັກເກຣເກີ ເຊິ່ງທັງສອງລ້ວນແລ້ວແຕ່ເຄີຍເສຍໃຫ້ ຟລອຍ ເມເວດເທີ ຈູເນຍ ໃນເວທີສີ່ຫລ່ຽມແບບມວຍສາກົນມາແລ້ວ.
ຄໍເນີ ແມັກເກຣເກີ ຂຽນຄຳເວົ້າໂພສລົງທະວິດເຕີ ສື່ສັງຄົມອອນລາຍສ່ວນຕົວວ່າ: “ຂ້ອງຕ້ອງການສູ້ກັບ ນາຊູກາວະ ກ່ອນພັກແລ້ງນີ້, ຂ້ອຍຕ້ອງການດວນກັບ ນາຊູກາວະ ທີ່ໂຕກຽວ ແບບມວຍຄົບເຄື່ອງ Mixed Martial Arts ເປັນນັດພິເສດແບບ ເທັນຊິນ ນາຊູກາວະ ພົບກັບ ຟລອຍ ເມເວດເທີ ຈູເນຍ”.
ແມັກເກຣເກີ ສະເໜີໃຫ້ຝ່າຍຈັດການແຂ່ງຂັນພິຈາລະນາ ແລະ ເລັ່ງໃຫ້ເກີດຕາມກຳນົດ. ສຳລັບ ແມັກເກຣເກີ ເສຍນັອກໃຫ້ ຟລອຍ ເມເວດເທີ ຈູເນຍ ໃນຍົກທີ 10 ຈາກ 12 ຍົກ ຢູ່ສັງວຽນສີ່ຫລ່ຽມແບບມວຍສາກົນ ເມື່ອວັນທີ 26 ສິງຫາ 2017. ຈາກນັ້ນນັດສຸດທ້າຍມາເສຍນັອກໃຫ້ ຄາບິນ ນູມາໂກເມດັອຟ ນັກມວຍຊາວຣັດເຊຍ ໃນການແຂ່ງຂັນ UFC 229 ວັນທີ 6 ຕຸລາ 2018.
ສ່ວນ ເທັນຊິນ ນາຊູກາວະ ມວຍຫ້າວຊາວຍີ່ປຸ່ນ ຫາກໍເສຍນັອກໃຫ້ ຟລອຍ ເມເວດເທີ ຈູເນຍ ໃນຍົກທີ 1 ພຽງ 140 ວິນາທີ ຢູ່ສັງວຽນສີ່ຫລ່ຽມແບບມວຍສາກົນ ໃນວັນທີ 31 ທັນວາ 2018.