ຕຳຫລວດເຜີຍໄຟໄໝ້ຢູ່ບ້ານໜອງບົວທອງຍ້ອນສາກໂທລະສັບ
ເຈົ້າໜ້າທີ່ຕຳຫລວດສະກັດກັ້ນ ແລະມອດໄຟນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເຫດໄຟໄໝ້ເຮືອນຫລັງໜຶ່ງຂອງປະຊາຊົນຢູ່ບ້ານໜອງບົວທອງ, ເມືອງສີໂຄດຕະບອງນະຄອນຫລວງວຽງຈັນ ໃນວັນທີ28 ທັນວາຜ່ານມານັ້ນ ແມ່ນຍ້ອນການສາກໂທລະສັບປະໄວ້, ຊຶ່ງເຈົ້າໜ້າທີ່ໄດ້ນຳໃຊ້ລົດມອດໄຟ 5 ຄັນ ແລະ ໃຊ້ເວລາກ່ວາ 2 ຊົ່ວໂມງຈຶ່ງສາມາດຄວບຄຸມໄຟໄວ້ໄດ້.
ເຈົ້າໜ້າທີ່ໃຫ້ຮູ້ອີກວ່າ: ໃນໄລຍະສົ່ງທ້າຍປີເກົ່າມາຮອດປັດຈຸບັນນີ້, ຢູ່ນະຄອນຫລວງວຽງຈັນມີອັກຄີໄພເກີດຂຶ້ນ 6 ຄັ້ງ, ມີຜົນເສຍຫາຍເຮືອນປະຊາຊົນ 3 ຫລັງ, ສວນຢາງພາລາຈຳນວນໜຶ່ງ, ຊຶ່ງລ່າສຸດເກີດຂຶ້ນໃນວັນທີ 6 ມັງກອນນີ້, ຢູ່ບ້ານນາໄຫ, ເມືອງຫາດຊາຍຟອງນະຄອນຫລວງວຽງຈັນ, ຊຶ່ງເປັນເຮືອນກໍ່ສອງຊັ້ນໄດ້ຮັບຄວາມເສຍຫາຍຫມົດກ້ຽງ, ສາເຫດຍ້ອນລູກຊາຍເມົາຢາບ້າແລ້ວຈູດເຮືອນຕົນເອງ ແລະສະເພາະປີ 2018 ຜ່ານມາທົ່ວນະ
ຄອນຫລວງວຽງຈັນມີອັກຄີໄພເກີດຂຶ້ນ 40 ຄັ້ງ, ສົ່ງຜົນເສຍຫາຍເປັນເຮືອນ 16 ຫລັງ, ເຮືອນພັກ 24 ຫ້ອງ, ລົດໃຫຍ່ 2 ຄັນ ແລະອື່ນໆ, ສາເຫດສ່ວນໃຫຍ່ແມ່ນຍ້ອນການຂາດສະຕິໃນການຊົມໃຊ້ຟືນໄຟເປັນຕົ້ນແມ່ນເຄື່ອງໃຊ້ໄຟຟ້າ ແລະການໃຕ້ທູບທຽນບູຊາ.