ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ

ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ - 23577 - ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ
ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ - kitchen vibe - ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ

ໂດຍ: ຄຳພຸດ ເທບພະນົມ

ເມື່ອເອີ່ຍເຖິງເຜົ່າມົ້ງເຮົາມັກຈະນຶກເຖິງເທສະການ ບຸນກິນຈຽງ ເພາະວ່າເປັນບຸນ ໃຫຍ່ປະຈຳເຜົ່າ ເຊິ່ງເຄີຍໄດ້ ຈັດຂຶ້ນໃນລະຫວ່າງເດືອນ 12 ຫາເດືອນຈຽງລາວ ແລະ ເມື່ອເຖິງເທສະການດັ່ງກ່າວ ນີ້ສິ່ງໜຶ່ງທີ່ສະດຸດຕາສະດຸດໃຈ ແລະ ເປັນພາບທີ່ເຮັດ ໃຫ້ເຮົາລືມບໍ່ລົງນັ້ນກໍຄືການ ແຕ່ງກາຍຂອງເຂົ້າເຈົ້າແມ່ນມີຄວາມຫຼາກຫຼາຍ, ອະລັງການ ແລະ ມີຄວາມງົດງາມ ເປັນທີ່ສຸດດັ່ງຄຳບັນລະຍາຍ ຂອງບົດເພັງລາວເຜົ່າມົງ ກະໂປ່ງລາຍ.

ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ - Visit Laos Visit SALANA BOUTIQUE HOTEL - ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ
ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ - Visit Laos Visit SALANA BOUTIQUE HOTEL - ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ

ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ - 98 - ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ

ພາບບັນຍາກາດບຸນກິນຈຽງເຜົ່າມົ້ງນະຄອນຫຼວງ ວຽງຈັນ ທີ່ໄດ້ຈັດຂຶ້ນຢູ່ ບ້ານ ຊຳເກດ ເມືອງສີໂຄດຕະບອງທີ່ໄດ້ສິ້ນສຸດລົງໃນວັນທີ 6 ມັງກອນນີ້ແຕ່ພາບຊຸດເຄື່ອງແຕ່ງກາຍຂອງຍິງສາວ ແລະ ບ່າວເຜົ່າມົ້ງທີ່ ເປັນມົນສະເໜ ແລະ ຄວາມ ເປັນເອກະລັກທາງວັດທະນະທຳການນຸ່ງຖື, ຢ່າງມີຄວາມໂດດເດັ່ນຂອງເຂົາເຈົ້າ ແລະ ສ້າງຄວາມປະທັບໃຈໃຫ້ຜູ້ເຂົ້າຮ່ວມງານ ຢ່າງສຸດຊຶ້ງຄື:ຜູ້ຍິງມັກນຸ່ງກະໂປງບານທີ່ຕໍ່າດ້ວຍປ່ານ ແລະ ຜ່ານການຍ້ອມ ເປັນຫຼາຍສີສັນ, ປະດັບເອ້ ດ້ວຍດອກລາຍທີ່ຖັກແສ່ວ ໃສ່ຕາມແຂບຂອງກະໂປງ. ເສື້ອມີຫຼາຍສີແຕກຕ່າງກັນ,  ມີແຂບຄໍ, ເອິກປະດັບ ດ້ວຍດອກລາຍ ແລະ ໃສ່ ໝວກທີ່ມີລວດລາຍຄືກັບເສື້ອ. ຖ້າເປັນມົ້ງຂາວກໍຈະ ນຸ່ງລ່າມລົງກາຍຫົວເຂົ່າ, ມີ ຜ້າທີ່ເຮັດ ເປັນເໝືອນສາຍ ແອວອ້ອມຮອບຕົວ ແລະ ຍາວຢ່ອນແຕ່ແອວລົງມາ ທາງດ້ານໜ້າ ແລະ ດ້ານຫຼັງ ໂດຍດ້ານໜ້າຈະຍາວ ກວ່າດ້ານຫຼັງເລັກນ້ອຍ.

ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ - 369514 - ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ

ຜູ້ຊາຍ ນຸ່ງສົ້ງສີດຳ ແລະ ເສື້ອສີດຳ, ຄໍເສື້ອ ແລະ ແຂນເສື້ອປະດັບດ້ວຍດອກລາຍ ເປັນສີແດງ ແລະ ສີຟ້າ. ຖ້າເປັນມົ້ງຂາວເບົ້າກົກຂາສົ້ງຈະແນບຕິດບໍ່ຢ່ອນຄືກັບມົ້ງລາຍ.

ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ - 74 - ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ

ນອກຈາກນີ້ແລ້ວຊຸດແຕ່ງກາຍຂອງເຂົາເຈົ້າຍັງ ມີການປະດັບປະດາດ້ວຍເງິນບີ້ທີ່ຫ້ອຍແຂວນໃສ່ກັບ ເສື້ອ, ໝວກ ແລະ ຜ້າທີ່ຢ່ອນ ລົງມາ ເຮັດໃຫ້ເກີດມີສຽງດັງ ຊິ່ງແຊ່ງໆ ປະສານກັບ ສຽງບາດຍ່າງ. ການແຕ່ງ ກາຍລັກສະນະທີ່ປະດັບປະ ດາດ້ວຍເງິນ ແລະ ລວດລາຍ ນັ້ນແມ່ນສະແດງໃຫ້ເຫັນ ເຖິງສະຖານະຄອບຄົວ ແລະ ມູນເຊື້ອຄວາມດຸໝັ່ນຂະ ຫຍັນພຽນຂອງຊາວເຜົ່າມົ້ງອີກດ້ວຍ.

ໃນປັດຈຸບັນການແຕ່ງ ກາຍແບບ ເປັນເອກະລັກ  ແລະ ແຕ່ງຕົວເຕັມຊຸດຂອງຊາວເຜົ່າມົ້ງ ແມ່ນມີໜ້ອຍລົງເນື່ອງຈາກສະພາບສັງຄົມປ່ຽນໄປ ເຊິ່ງຈະມີໃຫ້ເຫັນ ສະເພາະໃນກຸ່ມຜູ້ອາວຸໂສ, ງານແຕ່ງດອງ, ພິທີກຳຕ່າງໆ ແລະ ເທສະການບຸນກິນຈຽງເທົ່ານັ້ນ. ສຳລັບຜູ້ທີ່ສົນໃຈຢາກສຳຜັດກັບບັນຍາກາດ ແລະ ຊື່ນຊົມກັບຄວາມງົດງາມຂອງການແຕ່ງກາຍ ຂອງເຜົ່າມົ້ງແມ່ນສາມາດພົບກັນໄດ້ທີ່ເທສະການບຸນກິນຈຽງຂອງເຂົາເຈົ້າໄດ້ ທົ່ວທຸກບ່ອນ./.

ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ - 23577 - ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ

ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ - 4 - ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ
ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ - 3 - ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ
ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ - 5 - ຊຸດແຕ່ງກາຍຂອງເຜົ່າມົ້ງຍັງຄົງໄວ້ ເຊິ່ງຄວາມເປັນເອກະລັກອັນໂດດເດັ່ນ