ຜົ້ງສາລີໄດ້ຮັບຄວາມເສຍຫາຍຈາກຝົນຕົກໜັກ
January 10, 2019 - 10:14 AM
ທ່ານ ທອງສະຫວັນ ລີວົງຄຳ ຫົວໜ້າຫ້ອງການ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຜົ້ງສາລີ ໄດ້ລາຍງານ ຕໍ່ໜັງສືພິມລາວພັດທະນາ ວ່າ ເມື່ອຕອນແລງຂອງວັນທີ 7 ຫາວັນທີ 8 ມັງກອນ ນີ້ໄດ້ເກີດມີຝົນຕົກໜັກຢູ່ຫຼາຍແຂວງພາກເໜືອຂອງລາວ ໂດຍສະເພາະເມືອງ ບຸນເໜືອ, ເມືອງ ແລະ ແຂວງ ຜົ້ງສາລີ ເຮັດໃຫ້ແມ່ນໍ້າງາຍນອງຍື່ງຂຶ້ນຢ່າງໄວວາໄຫຼເຂົ້າຖ້ວມຄອກສັດ ລ້ຽງກໍໄດ້ຮັບຜົນກະທົບ, ເຮືອນປະຊາຊົນບ້ານງາຍເໜືອ ແລະ ບ້ານຫາດສາ ທີ່ອາໄສຢູ່ລຽບສາຍແມ່ ນໍ້າງາຍເປັນເວລາຫຼາຍຊົ່ວ ໂມງຕໍ່ກັບສະພາບການດັ່ງກ່າວ ທາງພະແນກໄດ້ເລັ່ງ ໃຫ້ໜ່ວຍງານສະເພາະກິດ ລົງຕິດຕາມສະພາບຕົວຈິງ ທີ່ເກີດຂຶ້ນຢູ່ຕາມຈຸດຕ່າງໆ ເພື່ອເລັ່ງແກ້ໄຂສະພາບໃຫ້ຮີບດ່ວນ ແລະ ທັນການ. ເຊິ່ງປັດຈຸບັນນີ້ ຍັງບໍ່ທັນຮູ້ລາຍລະອຽດເຖິງຄວາມເສຍຫາຍຈາກອຸທົກກະໄພ ໂດຍບັງເອີນນີ້.
