ແມນຊິຕີ້ ເລັ່ງຄວ້າດາວຮຸ່ງ ເວສແຮມ ຕົວແທນ ແຟຣນັນດິນໂຢ
ແມນເຊັສເຕີ ຊິຕີ້ ສະໂມສອນຍັກໃຫຍ່ແຫ່ງ ພຣີເມຍລີກ ຕົກເປັນຂ່າວວ່າສົນໃຈຈະຄວ້າ ດິແຄລນ ໄຣ ມິດຟິລດາວຮຸ່ງ ເວສແຮມ ຢູໄນເຕັດ ມາຮ່ວມທັບ ເຖິງວ່ານັກເຕະຫາກໍຕໍ່ສັນຍາສະບັບໃໝ່ກັບຕົ້ນສັງກັດອອກໄປກໍຕາມ.
ກອງກອງໄວ 20 ປີ ເຊິ່ງເປັນຕົວຫລັກຂອງ ເວສແຮມ ມາຕະຫລອດ ແລະ ໄດ້ພິສູດຕົນເອງແລ້ວວ່າເປັນໜຶ່ງໃນດາວຮຸ່ງທີ່ດີທີ່ສຸດໃນພຣີເມຍລີກເວລານີ້ ລວມທັງມີຊື່ຕິດທີມຊາດໄອຣແລນ ໄປແລ້ວ 3 ນັດ ແຕ່ລາວຍັງມີສິດຈະຫລິ້ນໃຫ້ກັບທີມຊາດອັງກິດໃນອະນາຄົດ.
ຂະນະທີ່ ແມນເຊັສເຕີ ຊິຕີ້ ໃນຕອນນີ້ກຳລັງຊອກຫາຕົວແທນໃນໄລຍະຍາວຂອງ ແຟຣນັນດິນໂຢ ກອງກາງບຣາຊິລ ເຊິ່ງຈະອາຍຸເຖິງ 34 ປີແລ້ວ ໃນເດືອນພຶດສະພານີ້ ແລະ ພວກເຂົາເລັ່ງໃສ່ ໄຣ ເປັນຕົວເລືອກທີ່ດີ ແຕ່ເຊື່ອວ່າ ເວສແຮມ ຈະເພີ່ມລາຄາຄ່າຕົວນັກເຕະສູງເຖິງ 50 ລ້ານປອນ.