ໂຄແມນຊິ COMANCHE ໂປຣແກຣມ ການບໍລິຫານໂຮງແຮມ ແລະ ຮ້ານອາຫານທີ່ໄດ້ມາດຕະຖານສາກົນ
ບໍລິສັດ ລາວອາຊຽນການຄ້າຂາອອກ-ຂາເຂົ້າ ເປັນບໍລິສັດບໍລິການ ສະບຽງອາຫານ ແລະ ເຄື່ອງດື່ມ ໃຫ້ກັບໂຮງແຮມ ແລະ ຮ້ານອາຫານ, ແຕ່ຄຽງຄູ່ກັນນັ້ນກໍຈະເນັ້ນບໍລິການຊອບແວ ໂຄແມນຊິ (COMANCHE) ເປັນໂປຣແກຣມ ທັນສະໄໝດ້ານເຕັກໂນໂລຢີຂໍ້ມູນຂ່າວສານສໍາລັບອຸດສາຫະກໍາ ດ້ານການບໍລິຫານໂຮງແຮມ ແລະ ຮ້ານອາຫານ ເພື່ອຄຸ້ມຄອງລະບົບບໍລິການຂອງໂຮງແຮມ, ອະພາດເມນ ແລະ ຮ້ານອາຫານຕ່າງໆ ຢ່າງຄົບວົງຈອນຄື: ຫ້ອງການດ້ານໜ້າ (Front), ຈຸດຂາຍ, ບັນຊີ, ຫ້ອງການກັບບັນຊີທີ່ຕ້ອງຈ່າຍ, ບັນຊີລູກຄ້າທົ່ວໄປ ແລະ ການຄວບຄຸມສິນຄ້າອື່ນໆ ພ້ອມທັງໃຫ້ບໍລິການສໍາລັບຊອບແວຄອມພິວເຕີອີກດ້ວຍ.
ທ່ານ ລິນໂຍ ພັນມີໄຊ ເຈົ້າຂອງບໍລິສັດ ລາວອາຊຽນການຄ້າຂາອອກ-ຂາເຂົ້າ ໃຫ້ຮູ້ວ່າ: ໂຄແມນຊິ ເປັນບໍລິສັດໂຊລູຊັ່ນເຕັກໂນໂລຢີຂໍ້ມູນ ມີສຳນັກງານຕັ້ງຢູ່ ລາຊະອານາຈັກໄທ ເປັນບໍລິສັດທີ່ມີປະສົບການມາແລ້ວຫລາຍກວ່າ 20 ປີ ໃນອຸດສາຫະກໍາໄອທີຂອງການບໍລິຫານໂຮງແຮມ ແລະ ຮ້ານອາຫານ, ເປັນໂປຣແກຣມໜຶ່ງທີ່ສາມາດຄວບຄຸມລະບົບບໍລິຫານຕ່າງໆໄດ້ຕາມມາດຕະຖານສາກົນ ແລະ ເປັນທີ່ຍອມຮັບໃນທົ່ວປະເທດໄທ, ມຽນມາ, ຫວຽດນາມ, ລາວ, ອົດສະຕາລີ, ກໍາປູເຈຍ, ຮົງກົງ, ມາກາວ, ຈີນ, ຍີ່ປຸ່ນ, ອິນໂດເນເຊຍ, ຟີລິບປິນ, ມານດຣິບ, ມາເລເຊຍ, ໄຕ້ຫວັນ, ອິນເດຍ, ສີລັງກາ ອື່ນໆອີກ. ພ້ອມນີ້ບໍລິສັດຍັງໄດ້ເນັ້ນບໍລິການຫລັງການຂາຍອີກດ້ວຍ, ເພື່ອໃຫ້ຄໍາແນະນຳສ້າງຄວາມເຂົ້າໃຈ, ໃຫ້ຄວາມຮູ້ດ້ານການບໍລິຫານດັ່ງກ່າວແກ່ຜູ້ປະກອບການທົ່ວປະເທດໄດ້ມີຄວາມຮູ້ຢ່າງເລິກເຊິ່ງຕື່ມອີກ ໃນການ ຫານບໍລິຫານແບບສະໄໝຂອງເຕັກໂນໂລຢີ ແລະ ໂປຣແກຣມ ໂຄແມນຊີ ຍັງເປັນທີ່ຍອມຮັບຈາກສັງຄົມໂດຍດີສະເໝີມາ.
ທ່ານ ລິນໂຍ ພັນມີໄຊ ໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າຈະພັດທະນາໃຫ້ມີຜູ້ຮ່ວມທຸລະກິດໃນການພັດທະນາໂປຣແກຣມດັ່ງກ່າວໃຫ້ເພີ່ມຄວາມຫລາກຫລາຍຂຶ້ນຕື່ມ, ພ້ອມຈະເນັ້ນໃຫ້ຄວາມຮູ້ດ້ານການບໍລິຫານຂອງຜູ້ປະກອບການໃນທົ່ວປະເທດໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕື່ມອີກ.