ອຳນາດການປົກຄອງແຂວງຜົ້ງສາລີຢືນຢັນບໍ່ມີຜູ້ສູນຫາຍຈາກເຫດນ້ຳຖ້ວມໃນສອງວັນຜ່ານມາ
January 10, 2019 - 9:31 PM
ຫົວໜ້າຫ້ອງການພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຜົ້ງສາລີ ລາຍງານໃຫ້ຮູ້ຕື່ມວ່າ: ພາຍຫລັງໜ່ວຍງານກ່ຽວຂ້ອງໄດ້ລົງກວດກາຄວາມເສຍຫາຍທີ່ເກີດຈາກສະພາບຝົນຕົກແຮງ ໃນວັນທີ 7-8 ມັງກອນຜ່ານມາ ຢູ່ເມືອງບຸນເໜືອ ເຮັດໃຫ້ເກີດນ້ຳປ່າໄຫລຊຸແຮງ ພ້ອມທັງເຮັດໃຫ້ລະດັບນ້ຳງາຍ ແລະ ນ້ຳອູສູງຂຶ້ນຢ່າງໄວວາໄຫລເຂົ້າຖ້ວມເຮືອນຊານບ້ານຊ່ອງ, ຄອກສັດລ້ຽງ ແລະ ພື້ນທີ່ການຜະລິດຂອງປະຊາຊົນລຽບຕາມແຄມນ້ຳດັ່ງກ່າວ ແລະ ຢືນຢັນວ່າບໍ່ມີຜູ້ໄດ້ຮັບບາດເຈັບ ຫລື ສູນຫາຍຈາກໄພນ້ຳຖ້ວມຄັ້ງນີ້ ເຊິ່ງມີພຽງ 4 ຄອບຄົວຢູ່ບ້ານນ້ຳງາຍ ພ້ອມກອງຟືນ, ສັດລ້ຽງ ແລະ ເນື້ອທີ່ປູກພືດຈຳນວນໜຶ່ງເສຍຫາຍ, ນອກນີ້ ນ້ຳຍັງໄດ້ໄຫລຖ້ວມພື້ນທີ່ຈັດງານຕະຫລາດນັດສູງປະມານ 20 ຊັງຕີແມັດ ແຕ່ບໍ່ໄດ້ສ້າງຄວາມເສຍຫາຍຕໍ່ຊັບສິນໃດໆ.