ຜ່ານຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ນໍາເຂົ້າ-ສົ່ງອອກ ໄມ້ລາວ
![ຜ່ານຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ນໍາເຂົ້າ-ສົ່ງອອກ ໄມ້ລາວ - Agreement - ຜ່ານຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ນໍາເຂົ້າ-ສົ່ງອອກ ໄມ້ລາວ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ນໍາເຂົ້າ-ສົ່ງອອກ ໄມ້ລາວ - Agreement - ຜ່ານຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ນໍາເຂົ້າ-ສົ່ງອອກ ໄມ້ລາວ](https://www.laophattananews.com/wp-content/uploads/2019/01/Agreement.jpg)
ກົມອຸດສາຫະກໍາ ແລະ ການຄ້າ ຮ່ວມກັບໂຄງການ GIZ (Deutsche Gesellschaft Fuer Internatiqnale Zusammenarbeit) ໄດ້ຈັດກອງປະຊຸມ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງຕິດຕາມການນໍາໄມ້ສົ່ງເຂົ້າ ແລະ ສົ່ງອອກ ຂອງຂະບວນການປຸງແຕ່ງ ແລະ ການຄ້າໄມ້ຂອງລາວ ໄດ້ຈັດຂຶ້ນໃນວັນທີ 10-11 ມັງກອນນີ້, ຢູ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຮອງຫົວໜ້າກົມ ອຸດສາຫະກໍາ ແລະ ຫັດຖະກໍາ, ມີຜູ້ຕາງໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຫ້ອງການກວດກາລັດຖະບານ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງການເງິນ ແລະ ມີຜູ້ຕາງໜ້າຈາກພະແນກອຸດສາຫະກໍາ ແລະ ການຄ້າແຂວງໃນທົ່ວປະເທດເຂົ້າຮ່ວມ.
ຮອງຫົວໜ້າກົມດັ່ງກ່າວ ໃຫ້ຮູ້ວ່າ: ຂໍ້ຕົກລົງສະບັບນີ້ແມ່ນບາດກ້າວໜຶ່ງທີ່ສໍາຄັນ ໃນການເພີ່ມທະວີ ການຄວບຄຸມຕ່ອງໂສ້ການສະໜອງໄມ້ ແລະ ມີບົດບາດທີ່ສໍາຄັນ ໃນລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ ໃນຂະແໜງການປຸງແຕ່ງໄມ້ ແລະ ການຄ້າໄມຢູ່ລາວ ແລະ ຍັງເປັນການສົ່ງເສີມການປະຕິບັດ ຄໍາສັ່ງເລກທີ່ 15/ນຍ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ສະນັ້ນ, ລະບົບການຄວບຄຸມຕ່ອງໂສ້ການສະໜອງໄມ້ ຈະສະແດງໃຫ້ເຫັນແຫຼ່ງທີ່ມາຂອງໄມ້ ແລະສາມາດຕິດຕາມໄດ້ ໂດຍການກວດສອບຜ່ານຜູ້ຄ້າໄມ້, ການເຄື່ອນຍ້າຍໄມ້ ແລະ ການປຸງແຕ່ງໄມ້ເພື່ອຮັບປະກັນ ຜະລິດຕະພັນທີ່ປຸງແຕ່ງຈາກໄມ້ແມ່ນມີຄວາມຖືກຕ້ອງຕາມກົດໝາຍຂອງລາວ.
ຂໍ້ຕົກລົງສະບັບນີ້ ຮ່າງຂຶ້ນແຕ່ປີ 2016 ເປັນຕົ້ນມາ ໂດຍມີເປົ້າໝາຍແນໃສ່ ສົ່ງເສີມວຽກງານການຄຸ້ມຄອງ ແລະ ຕິດຕາມຕ່ອງໂສ້ການສະໜອງໄມ້ ຈາກບັນດາໂຮງງານປຸງແຕ່ງໄມ້ ແລະ ຜູ້ຄ້າໄມ້ ຈົນເຖິງຈຸດທີ່ມີການຊື້-ຂາຍ ທັງຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ. ພ້ອມນັ້ນ, ຍັງເປັນຂໍ້ກໍານົດສໍາລັບຜູ້ປະກອບການທີ່ມີການປຸງແຕ່ງ ແລະ ຄ້າຂາຍໄມ້ ໃຫ້ຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ມີປະສິດທິຜົນໃນການຄຸ້ມຄອງຕ່ອງໂສ້ການສະໜອງໄມ້ ແລະ ສ້າງລະບົບຄຸ້ມຄອງບັນຊີວັດສະດຸຂຶ້ນມາ ເພື່ອບັນທຶກການນໍາເຂົ້າ ແລະ ສົ່ງອອກໄມ້ຂອງຜູ້ປະກອບການ ແລະ ຕ້ອງໄດ້ເຮັດບົດລາຍງານ ກ່ຽວກັບອັດຕາການນໍາໃຊ້ໄມ້ ໃນທຸກໆຂັ້ນຕອນການຜະລິດທີ່ມີການແປຮູບໄມ້ ໄດ້ຢ່າງຖືກຕ້ອງ. ຂໍ້ຕົກລົງນີ້ ຍັງໄດ້ແນະນໍາຢ່າງລະອຽດ ດ້ານວິຊາການໃຫ້ແກ່ໜ່ວຍງານລັດ ເພື່ອກວດກາຄວາມຖືກຕ້ອງຕາມກົດໝາຍຂອງຜູ້ຄ້າຂາຍໄມ້ ແລະ ຜູ້ຕອບສະໜອງວັດສະດຸໄມ້.