3 ເມືອງແຂວງຜົ້ງສາລີປະສົບບັນຫາການສົ່ງອອກພືດລະດູແລ້ງໄປ ສປ ຈີນ




3 ເມືອງຂອງແຂວງຜົ້ງສາລີຄື: ຍອດອູ, ບຸນເໜືອ ແລະ ເມືອງບຸນໃຕ້ ກຳລັງປະສົບບັນຫາການສົ່ງອອກພືດລະດູແລ້ງໄປປະເທດຈີນ ເນື່ອງຈາກຝ່າຍຈີນບໍ່ອະນຸຍາດໃຫ້ຂົນສົ່ງສິນຄ້າຜ່ານດ່ານທ້ອງຖິ່ນປ່າຄາຢູ່ເມືອງບຸນເໜືອທີ່ມີມູນອັນໄດ້ເຮັດໃຫ້ການສົ່ງອອກພືດລະດູແລ້ງຂອງປະຊາຊົນພົບຄວາມຫຍຸ້ງຍາກຫລາຍໃນປັດຈຸບັນນີ້.
ທ່ານ ວິສັນ ວົງນະຄອນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ແຂວງຜົ້ງສາລີໄດ້ກຳນົດເອົາເມືອງຍອດອູ, ບຸນເໜືອ ແລະ ເມືອງບຸນໃຕ້ ເປັນເມືອງຜະລິດກະສິກຳເພື່ອສົ່ງອອກ ເນື່ອງຈາກມີຊາຍແດນຕິດກັບປະເທດຈີນ ແຕ່ເນື່ອງຈາກລະດູຝົນຜ່ານມາຫລາຍທ້ອງຖິ່ນປະສົບໄພນ້ຳຖ້ວມ ແລະ ທ້ອງຖິ່ນໄດ້ຊຸກຍູ້ໃຫ້ປະຊາຊົນປູກພືດລະດູແລ້ງທົດແທນຜົນເສຍຫາຍທີ່ເກີດຂຶ້ນ, ໃນນີ້ພົ້ນເດັ່ນກວ່າໝູ່ແມ່ນຂະບວນການປູກໝາກອຶ, ໝາກເຜັດ ແລະ ພືດຕະກຸນຖົ່ວອື່ນໆ; ຄາດວ່າຜົນຜະລິດພືດລະດູແລ້ງຂອງທັງ 3 ເມືອງດັ່ງກ່າວຈະບັນລຸປະມານ 10.000 ໂຕນ, ແຕ່ປະຊາຊົນ ກໍຄືຫົວໜ່ວຍທຸລະກິດຕ້ອງພົບກັບບັນຫາ ເນື່ອງຈາກຝ່າຍຈີນບໍ່ອະນຸຍາດໃຫ້ຂົນສົ່ງສິນຄ້າຜ່ານດ່ານທ້ອງຖິ່ນປ່າຄາທີ່ມີມູນຄ່າເກີນກວ່າ 8.000 ຢວນ (ສະກຸນເງິນຈີນ), ຖ້າຕ້ອງການສົ່ງອອກໃນມູນຄ່າເກີນນີ້ແມ່ນຕ້ອງຂົນສົ່ງຜ່ານດ່ານສາກົນບໍ່ຫານຢູ່ ແຂວງຫລວງນ້ຳທາເທົ່ານັ້ນ ແຕ່ການຂົນສົ່ງສິນຄ້າຜ່ານດ່ານດັ່ງກ່າວນອກຈາກເສັ້ນທາງບໍ່ດີແລ້ວຍັງມີໄລ ຍະທາງໄກ ແລະ ເຮັດໃຫ້ຕົ້ນທຶນໃນການຂົນສົ່ງສູງຂຶ້ນກວ່າເກົ່າ. ນອກຈາກນີ້, ຍັງມີບັນຫາເລື່ອງສາງເກັບມ້ຽນສິນຄ້າເພື່ອລໍຖ້າການກວດກາຈາກເຈົ້າໜ້າທີ່ກ່ຽວຂ້ອງຢູ່ດ່ານຕື່ມອີກ.
ທ່ານຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຜົ້ງສາລີ ໃຫ້ຮູ້ຕື່ມວ່າ: ປັດຈຸບັນບັນດາຂະແຫນງການກ່ຽວຂ້ອງຂອງແຂວງຜົ້ງສາລີຄື: ຂະແໜງ ອຸດສາຫະກຳ ແລະ ການຄ້າ, ກະສິກຳ ແລະ ປ່າໄມ້ ແລະ ຂະແໜງພາສີ ພວມເລັ່ງເຈລະຈາກັບພາກສ່ວນທີ່ກ່ຽວຂ້ອງຂອງຈີນ ເພື່ອຫາວິທີແກ້ໄຂຮ່ວມກັນຢ່າງຮີບດ່ວນ ແລະ ຮັບປະກັນໃຫ້ການສົ່ງອອກພືດລະດູແລ້ງຂອງປະຊາຊົນທັນກັບລະດູການ ແລະ ບໍ່ໄດ້ຮັບຜົນເສຍຫາຍໜັກໜ່ວງທີ່ອາດຈະເກີດຂຶ້ນ.