ຈາກົວ-ແລນໂຣເວີ ຈະຫລຸດ ພະນັກງານ 5.000 ຕຳແໜ່ງ ໃນອັງກິດ


ບໍລິສັດກະຈາຍສຽງອັງກິດ ຫລື BBC ລາຍງານວ່າ: ຜູ້ຈຳໜ່າຍລົດຈາກົວ-ແລນໂຣເວີ ກຳນົດປະກາດຫລຸດຕຳແໜ່ງວຽກເຖິງ 5.000 ຕຳແໜ່ງໃນວັນທີ 11 ມັງກອນນີ້ ພາຍຫລັງປະສົບບັນຫາຍອດຂາຍຕົກໃນຈີນ ແລະ ຄວາມກັງວົນເລື່ອງເບຣັກຊິດ.
ບໍລິສັດຜູ້ຜະລິດລົດຂອງອັງກິດ ເຊິ່ງ ທາທາມໍເຕີ ຂອງອິນເດຍຖືຫຸ້ນໃຫຍ່ໃນກິດຈະການ ແລະ ມີພະນັກງານຫລາຍກວ່າ 40.000 ຄົນ ໃນສະຫະລາຊະອານາຈັກ ຍັງບໍ່ໄດ້ຖະແຫລງຢືນຢັນເລື່ອງນີ້. BBC ລາຍງານຄາດວ່າ: ຝ່າຍການຕະຫລາດ, ຝ່າຍຈັດການ ແລະ ຝ່າຍບໍລິຫານຈະໄດ້ຮັບຜົນກະທົບຈາກແຜນຫລຸດຕຳແໜ່ງວຽກ ຕາມນະໂຍບາຍຫລຸດລາຍຈ່າຍ 2.750 ລ້ານເອີໂຣ. ລາຍງານຂອງສື່ອັງກິດລະບຸວ່າ: ຈາກົວ-ແລນໂຣເວີ ໄດ້ຮັບຜົນກະທົບ ເພາະຍອດຂາຍຫລຸດລົງຢູ່ຈີນ ເນື່ອງຈາກຍອດຂາຍລົດແອັດຊັງຫລຸດລົງ ແລະ ຄວາມກັງວົນທີ່ມີຕໍ່ຄວາມສາມາດໃນການແຂ່ງຂັນທາງທຸລະກິດຂອງອັງກິດຫລັງຈາກເບຣັກຊິດ. ເຖິງຢ່າງໃດກໍຕາມ, ຄ້າຍລົດອັງກິດຈະຍັງຮັກສາໂຮງງານໄວ້ໃນປະເທດສະຫະພາບເອີຣົບ (EU) ພາຍຫລັງສະຫະລາຊະອານາຈັກອອກຈາກການເປັນສະມາຊິກ EU ຕາມກຳນົດໃນວັນທີ 29 ມີນານີ້.