ແອນດີ້ ເມີຣີ ອຳລາວົງການເທັນນິສ ຫລັງຈົບວິມເບິລດັນ
ແອນດີ້ ເມີຣີ ນັກເທັນນິສຊາຍຄົນດັງຂອງສະຫະລາຊະອານາຈັກ ເປີດເຜີຍວ່າ: ຕົນເອງວາງແຜນຈະເລີກຫລິ້ນເທັນນິສອາຊີບ ຫລັງຈົບການແຂ່ງຂັນແກຣນສະແລມ ທີສາມຂອງປີ ລາຍການ ວິມເບິລດັນ ໃນເດືອນກໍລະກົດນີ້ ຫລັງຈາກມີອາການບາດເຈັບສະໂພກຊຳເຮື້ອ.
ອະດີດນັກເທັນນິສມື 1 ຂອງໂລກເຄີຍເຈັບສະໂພກເບື້ອງຂວາໜັກຈົນຕັດສິນໃຈເຂົ້າຮັບການຜ່າຕັດໃນເດືອນມັງກອນປີກ່ອນ ເຊິ່ງລາວກັບມາຫລິ້ນໄດ້ໃນເດືອນມິຖຸນາຜ່ານມາ, ແຕ່ລາວໂຊຟອມໄດ້ບໍ່ດີຄືເກົ່າ ແລະ ບາງເທື່ອຍັງເຈັບຈົນລົງຫລິ້ນບໍ່ໄດ້ ເຮັດໃຫ້ໃນປີຜ່ານມາ ລາວໄດ້ລົງຫລິ້ນໃນລາຍການລະດັບ ເອທີພີ ທົວ ໄປພຽງ 12 ແມັດເທົ່ານັ້ນ.
ຈາກການທີ່ຍັງເຈັບຢູ່ເລື້ອຍໆ ເຮັດໃຫ້ຫລ້າສຸດ ເມີຣີ ອອກມາປະກາດເລີກຫລິ້ນເທັນນິສຫລັງຈົບລາຍການ ວິມເບິລດັນ ໃນການຖະແຫລງຂ່າວ ອັອສເຕຣລ້ຽນ ໂອເພັນ ໂດຍລາວເປີດເຜີຍວ່າ: ຖ້າເກີດເຈັບໜັກ ອາດຈະຕ້ອງຈຳໃຈບອກລາການແຂ່ງຂັນແຕ່ຈົບລາຍການແກຣນສະແລມທຳອິດຂອງປີ.
ສຳລັບ ເມີຣີ ເຄີຍໄດ້ແຊ້ມ ແກຣນສະແລມ 3 ສະໄໝມີ: ວິມເບິລດັນ ໃນປີ 2013 ກັບ 2016 ແລະ ຢູເອສ ໂອເພັນ ໃນປີ 2012 ໂດຍປັດຈຸບັນອັນດັບໂລກຂອງລາວຫລຸດລົງມາຢູ່ທີ 230 ຂອງໂລກ.