ມາເລເຊຍ ຕໍ່ສັນຍາສະບັບໃໝ່ກັບ ຕັນເຊັງໂຣ ຄູຝຶກທີມຊາດຊຸດໃຫຍ່ໄປອີກ 2 ປີ


ສະມາຄົມບານເຕະມາເລເຊຍ ຫລື FAM ມອບສັນຍາສະບັບໃໝ່ໃຫ້ ຕັນເຊັງໂຮ ຄູຝຶກທີມຊາດຊຸດໃຫຍ່ຊາວມາເລເຊຍ ອາຍຸ 51 ປີ ຄຸມທີມຕໍ່ໄປອີກ 2 ປີ ເຖິງປີ 2020 ຫລັງຈາກເຂົ້າມາຄຸມທີມຊາດມາເລເຊຍ ໃນປີ 2017 ຄຸມທີມ 17 ນັດ ຊະນະ 8 ນັດ, ສະເໝີ 4 ແລະ ເສຍ 5 ນັດ ໂດຍສະເພາະຜົນງານເດັ່ນໃນການແຂ່ງຂັນເຕະບານຊີງແຊ້ມອາຊຽນ 2018 ຫລື AFF Suzuki Cup 2018 ພາ ມາເລເຊຍ ເຂົ້າຊີງໄດ້ຮອງແຊ້ມ ເສຍໃຫ້ ຫວຽດນາມ ລວມຜົນ 2 ນັດ 2-3.
ຕັນເຊັງໂຣ ອະດີດເປັນນັກເຕະຂອງ ເກດ້າ ເອັຟເອ ຢູ່ກັບທີມແຕ່ປີ 1988-1995. ຜົນງານການຄຸມທີມລະດັບສະໂມສອນ ຄຸມທີມ ເກດ້າ ເອັຟເອ ໃນປີ 2014-17 ພາທີມຄວ້າແຊ້ມ ມາເລເຊຍ ພຣີເມຍລີກ 2015, ມາເລເຊຍ ຄັບ 2016 ແລະ ມາເລເຊຍ ຊາລີຕີ້ ຊິວ 2017. ສ່ວນຜົນງານລະດັບທີມຊາດ ເຄີຍເປັນຜູ້ຊ່ວຍຄູຝຶກທີມຊາດມາເລເຊຍ U19 ປີ 2004-05, ເຄີຍເປັນຜູ້ຊ່ວຍຄູຝຶກທີມຊາດມາເລເຊຍ U23 ປີ 2009-11, ເຄີຍເປັນຜູ້ຊ່ວຍຄູຝຶກທີມຊາດມາເລເຊຍຊຸດໃຫຍ່ ປີ 2009-13 ແລະ ປີ 2017 ກ່ອນຈະຖືກແຕ່ງຕັ້ງເປັນຄູຝຶກຄຸມທີມຊາດຊຸດໃຫຍ່.