ເອັຟເອ ສັ່ງຫ້າມ ອອສຕິນຊູ ສັນຍາລັກບໍ່ເໝາະສົມ
ສະມາຄົມບານເຕະອັງກິດ (ເອັຟເອ) ສັ່ງລົງໂທດຫ້າມ ຊາຣລີ ອອສຕິນ ກອງໜ້າ ເຊົາແທມຕັນ 2 ນັດ ຈາກກໍລະນີສະແດງພຶດຕິກຳບໍ່ເໝາະສົມຍົກສອງນິ້ວ ເຊິ່ງເປັນສັນຍາລັກບໍ່ເໝາະສົມໃຫ້ແຟນບານ ແມນເຊັສເຕີ ຊິຕີ້ ໃນເກມພຣີເມຍລີກ ອັງກິດ ໃນທ້າຍປີຜ່ານມາ.
ເອັຟເອ ລະບຸວ່າ: ຫົວຫອກເຊົາແທມຕັນ ຖືກຕັ້ງຂໍ້ຫາວ່າສະແດງທ່າທີບໍ່ເໝາະສົມໃນເກມລີກວັນທີ 30 ທັນວາຜ່ານມາ ໂດຍຈາກການວິເຄາະທຸກຢ່າງແລ້ວ ສະມາຄົມບານເຕະອັງກິດເບິ່ງວ່າການສະແດງພຶດຕິກຳດັ່ງກ່າວຖືວ່າບໍ່ເໝາະສົມ ແລະ ດຳເນີນການສັັ່ງຫ້າມຮຽບຮ້ອຍແລ້ວ ເຊິ່ງຈະເຮັດໃຫ້ຕົ້ນສັງກັດບໍ່ມີ ອອສຕິນ ຊ່ວຍທີມໃນເກມລີກພົບ ເລສເຕີ ຊິຕີ້ ແລະ ເກມເອັຟເອ ຄັບ ຮອບ 3 ນັດຣີເພລ ພົບ ດາບີ້ ເຄົາຕີ້.
ທັງນີ້ ອອສຕິນ ສະແດງພຶດຕິກຳດັ່ງກ່າວຕອນທີ່ລາວຖືກປ່ຽນຕົວອອກໃນນາທີ 68 ໃນເກມທີ່ເສຍແຊ້ມເກົ່າ 1-3 ສະໜາມເຊັນ ແມຣີ ໂດຍຫລັງຈົບເກມ ເອັຟເອ ໄດ້ສົ່ງຂໍ້ຄວາມເພື່ອໃຫ້ນັກເຕະອະທິບາຍກ່ຽວກັບສິ່ງທີ່ເກີດຂຶ້ນ ກ່ອນສະຫລຸບແລ້ວ ຫົວຫອກເຊົາແທມຕັນ ຈະຖືກຫ້າມໃນທີ່ສຸດ.