ປີ 2019 ລັດອະນຸມັດງົບປະມານ 500 ຕື້ກີບຟື້ນຟູໄພພິບັດຫລັງນໍ້າຖ້ວມ

ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ໃນປີ 2019 ນີ້, ລັດຖະບານໄດ້ອະນຸມັດງົບປະມານ 500 ຕື້ກີບ ເພື່ອຟື້ນຟູໄພພິບັດຫລັງນ້ຳຖ້ວມ, ໂດຍໄດ້ແບ່ງຈາກງົບປະມານບ້ວງລົງທຶນສະເພາະ 850 ຕື້ກີບ, ຊຶ່ງງົບດັ່ງກ່າວຈະນໍາໃຊ້ເຂົ້າໃນການສ້ອມແປງພື້ນຖານໂຄງລ່າງເພື່ອຮັບໃຊ້ການຜະລິດ, ການບໍລິການພາກລັດ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ທີ່ໄດ້ຮັບຜົນເສຍຫາຍຈາກໄພພິບັດໃນປີ 2018 ໃຫ້ຄືນສູ່ສະພາບປົກກະຕິ, ເພື່ອຮັບປະກັນໃນການສ້າງແຜນໂຄງການຟື້ນຟູຫລັງໄພພິບັດໃຫ້ທັນກຳນົດເວລາ ແລະ ນຳສະເໜີສະພາແຫ່ງຊາດຮັບຮອງໃນເງື່ອນໄຂງົບປະມານຈຳກັດດັ່ງນັ້ນ ໃຫ້ແຕ່ລະພາກສ່ວນຄົ້ນຄວ້າສັງລວມ ແລະ ຈັດລຽງບູລິມະສິດໂຄງການທີ່ຈຳເປັນແທ້ໆ ແລະ ໃຫ້ປະຕິບັດເງື່ອນໄຂຂອງໂຄງການທີ່ສະເໜີ ໃໝ່ ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການລົງທຶນຂອງລັດ ສະບັບເລກທີ 72/ສພຊ ໂດຍສະເພາະມາດຕາ 22 ເອກະສານການລົງທຶນຂອງລັດ ແລະ ມາດຕາ 34 ການປະເມີນ ແລະ ອົງການປະເມີນໂຄງການລົງທຶນຂອງລັດ; ການຢັ້ງຢືນບັນດາໂຄງການທີ່ເປັນໂຄງການຟື້ນຟູ ໂດຍສະເພາະໂຄງ ການພື້ນຖານໂຄງລ່າງ ຕ້ອງເປັນໂຄງການທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ໃນປີ 2018 ເທົ່ານັ້ນ ໂດຍມີການແຕ່ງຕັ້ງຄະນະທີ່ກ່ຽວຂ້ອງຢັ້ງຢືນ; ບັນດາໂຄງການທີ່ນຳສະເໜີ ເພື່ອຟື້ນຟູຕ້ອງເປັນໂຄງການທີ່ໄດ້ນຳໃຊ້ ແລະ ກໍ່ສ້າງສຳເລັດຜ່ານມາແລ້ວ, ມີການຢັ້ງຢືນຈາກຄະນະກຳມະການຈາກພາກສ່ວນກ່ຽວຂ້ອງ ສຳເລັດການມອບຮັບແລ້ວ ແລະ ໄດ້ນຳໃຊ້ແລ້ວ, ແຕ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ທີ່ເກີດຂຶ້ນໃນປີ 2018; ສຳລັບໂຄງການຟື້ນຟູໄພພິບັດ ທີ່ໄດ້ກວດກາຄວາມຖືກຕ້ອງຊັດເຈນ ແລະ ຢັ້ງຢືນວ່າ ເປັນໂຄງການຟື້ນຟູໄພພິບັດໃນປີ 2018 ແລະ ເປັນໂຄງການທີ່ມີມູນຄ່າເສຍຫາຍໜ້ອຍກວ່າ ຫລື ເທົ່າກັບ 50 ລ້ານກີບ ໃຫ້ແກ້ໄຂຂາດຕົວ. ພ້ອມນີ້, ໃຫ້ຫ້ອງການ ຫລື ກົມກອງທີ່ຮັບຜິດຊອບວຽກງານແຜນການຂອງບັນດາກະຊວງ ແລະ ພະແນກແຜນການ ແລະ ການລົງທຶນ ຮອງບັນດາແຂວງ, ນະຄອນຫລວງ ເປັນເຈົ້າການປະສານສົມທົບກັບກົມກອງ ແລະ ພະແນກການຕ່າງໆອ້ອມຂ້າງ ເພື່ອຄົ້ນຄວ້າສັງລວມ ແລະ ຈັດລຽງບູລິມະສິດ, ພ້ອມທັງຄົ້ນຄວ້າຈັດສັນທຶນ ໃສ່ບັນດາໂຄງ ການດັ່ງກ່າວ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການລົງທຶນຂອງລັດ ແລ້ວນຳສະເໜີຄະ ນະນຳຂອງຕົນພິຈາລະນາຮັບຮອງ ແລະ ຢັ້ງຢືນເປັນທາງການ ແລ້ວນຳສົ່ງເຖິງກະຊວງແຜນການ ແລະ ການລົງທຶນ ເພື່ອຄົ້ນຄວ້ານຳສະເໜີ ລັດຖະບານພິຈາລະນາ ແລະ ສະພາແຫ່ງຊາດຮັບຮອງ.