ລາວປັບລາຄານໍ້າມັນລົງ 290 ກີບຕໍ່ລິດ


ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ອອກແຈ້ງການໃນວັນທີ 10 ມັງກອນນີ້, ເພື່ອໃຫ້ສະມາຄົມນໍ້າມັນ-ອາຍແກັສ ແລະ ບໍລິສັດນໍ້າມັນໃນທົ່ວປະເທດປັບລາຄານໍ້າມັນແອັດຊັງພິເສດແລະ ກາຊວນລົງ 290 ກີບຕໍ່ລິດ. ສ່ວນແອັດຊັງທໍາມະດາປັບລົງ 280 ກີບຕໍ່ລິດ, ໂດຍໃຫ້ປະຕິບັດແຕ່ 6:00 ໂມງຂອງວັນທີ 11 ມັງກອນເປັນຕົ້ນໄປ, ພາຍຫລັງລາຄານໍ້າມັນໃນຕະຫລາດໂລກໄດ້ຫລຸດລົງ.
ສໍາລັບຄາລານໍ້າມັນຂາຍຍ່ອຍຕາມປໍ້າຕ່າງໆທົ່ວປະເທດມີດັ່ງນີ້: ນະຄອນ
ຫລວງວຽງຈັນ ແອັດຊັງພິເສດ 9.880, ແອັດຊັງທໍາມະດາ 8.690 ແລະ ກາຊວນ 7.930 ກີບຕໍ່ລິດ. ຜົ້ງສາລີແອັດຊັງທໍາມະດາ 9.450 ແລະ ກາຊວນ 8.690 ກີບຕໍ່ລິດ. ຫລວງນໍ້າທາແອັດຊັງທໍາມະດາ 9.050 ແລະ ກາຊວນ 8.290 ກີບຕໍ່ລິດ. ອຸດົມໄຊແອັດຊັງພິເສດ 10.360, ແອັດຊັງທໍາມະດາ 9.170 ແລະ ກາຊວນ 8.410 ກີບຕໍ່ລິດ. ບໍ່ແກ້ວແອັດຊັງພິເສດ 9.980, ແອັດຊັງທໍາມະດາ 8.790 ແລະ ກາຊວນ 8.030 ກີບຕໍ່ລິດ. ຫລວງພະບາງແອັດຊັງພິເສດ 10.340, ແອັດຊັງທໍາມະດາ 9.150 ແລະ ກາຊວນ 8.390 ກີບຕໍ່ລິດ. ໄຊຍະບູລີແອັດຊັງທໍາມະດາ 9.090 ແລະ ກາຊວນ 8.330 ກີບຕໍ່ລິດ. ຫົວພັນແອັດຊັງທໍາມະດາ 9.090 ແລະ ກາຊວນ 8.330 ກີບຕໍ່ລິດ.
ຊຽງຂວາງ ແອັດຊັງທໍາມະດາ 8.880 ແລະ ກາຊວນ 8.120 ກີບຕໍ່ລິດ.ແຂວງວຽງຈັນແອັດຊັງພິເສດ 9.880, ແອັດຊັງທໍາມະດາ 8.690 ແລະ ກາຊວນ 7.930 ກີບຕໍ່ລິດ. ບໍລິຄໍາໄຊແອັດຊັງພິເສດ 9.960, ແອັດຊັງທໍາມະ ດາ 8.770 ແລະ ກາຊວນ 8.010 ກີບຕໍ່ລິດ. ຄໍາມ່ວນແອັດຊັງພິເສດ 9.910, ແອັດຊັງທໍາມະດາ 8.720 ແລະ ກາຊວນ 7.960 ກີບຕໍ່ລິດ. ສະຫວັນນະເຂດແອັດຊັງພິເສດ 9.910, ແອັດຊັງທໍາມະດາ 8.720 ແລະ ກາຊວນ 7.960 ກີບຕໍ່ລິດ. ສາລະວັນແອັດຊັງທໍາມະດາ 8.900 ແລະ ກາຊວນ 8.140 ກີບຕໍ່ລິດ.ຈໍາປາສັກແອັດຊັງພິເສດ 9.940, ແອັດຊັງທໍາມະດາ 8.750 ແລະ ກາຊວນ 7.990 ກີບຕໍ່ລິດ. ເຊກອງແອັດຊັງທໍາມະດາ 8.930 ແລະ ກາຊວນ 8.170 ກີບຕໍ່ລິດ. ອັດຕະປືແອັດຊັງພິເສດ 10.120, ແອັດຊັງທໍາມະດາ 8.930 ແລະ ກາຊວນ 8.170 ກີບຕໍ່ລິດ ແລະ ໄຊສົມບູນແອັດຊັງທໍາມະດາ 8.930 ແລະ ກາຊວນ 8.170 ກີບຕໍ່ລິດ.