ບໍລິສັດຄອນເກດ ປາມໂອລິຟລາວ ມອບທຶນການສຶກສາໃຫ້ນັກຮຽນຜູ້ໂຊກດີຈາກໂຄງການຊິງໂຊກ 138 ລ້ານກີບ
ພິທີມອບທຶນການສຶກສາໃຫ້ຜູ້ໂຊກດີຈາກໂຄງການຊິງໂຊກຂອງບໍລິສັດ ຄອນເກດ ປາມໂອລີຟ ລາວ ຈໍາກັດ, ໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 8 ມັງກອນນີ້, ຢູ່ສໍານັກງານບໍລິສັດ ອິນຟີນີຕີ ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ພະນົມກອນ ລີສຸດທິນັນ ຜູ້ຈັດການຝ່າຍທຸລະກິດຂອງບໍລິສັດດັ່ງກ່າວ, ທ່ານນາງ ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາ ແລະ ທ່ານ ບຸນຍົງ ສີດາພອນ ຄະນະບໍດີ ຄະນະທັນຕະແພດສາດ ພ້ອມດ້ວຍຄູອາຈານ ແລະ ນ້ອງນັກຮຽນຜູ້ໄດ້ຮັບລາງວັນເຂົ້າຮ່ວມຢ່າງພ້ອມພຽງ.
ຜູ້ຈັດການຝ່າຍທຸລະກິດຂອງບໍລິສັດໃຫ້ຮູ້ວ່າ: ໂຄງການນີ້ໄດ້ເລີ່ມຮັບສະຫລາກຊີງໂຊກດ້ວຍກ່ອງຜະລິດຕະພັນຢາຖູແຂ້ວຄອນເກດ ມາແຕ່ວັນທີ 1 ສິງຫາ 2018 ໃນຂອບເຂດທົ່ວປະເທດ, ເພື່ອເປັນການປະກອບສ່ວນຊ່ວຍເຫລືອບັນດາໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນລະດູຝົນຜ່ານມາ ແລະ ກະຕຸກຊຸກຍູ້ໃຫ້ຜູ້ທີ່ດ້ອຍໂອກາດເຂດຫ່າງໄກສອກຫລີກໄດ້ເຂົ້າເຖິງການສຶກສາຫລາຍຂຶ້ນ. ເຊິ່ງຜູ້ໂຊກດີໄດ້ຮັບທຶນດັ່ງກ່າວມີທັງໝົດ 33 ລາງ ວັນລວມມີມູນຄ່າ 138 ລ້ານກີບ. ໃນນັ້ນມີຜູ້ໂຊກດີໄດ້ຮັບລາງວັນທີ 1 ມີ 3 ລາງວັນດ້ວຍທຶນການສຶກສາ 23 ລ້ານກີບ ແລະ ລາງວັນທີ 2 ມີ 30 ລາງວັນ, ລາງວັນລະ 2,3 ລ້ານກີບຄື: ລາງວັນທີ 1 ມີ 3 ນ້ອງໄດ້ແກ່ 1). ບຸນຍຽນ ສີວົງສາ ໂຮງຮຽນປະຖົມສົມບູນສອກ ແຂວງອັດຕະປື, 2). ນາງເລໄລ ໂຮງຮຽນປະຖົມທ່ານາກ ເມືອງໄຊທານີ ນະຄອນຫລວງວຽງຈັນ, 3). ທ້າວສະຖາພອນ ຫລວງໄຊສອນ ໂຮງຮຽນຊົນເຜົ່າ; ສ່ວນລາງວັນທີ 2 ມີ 30 ນ້ອງຄື: 1). ນາງ ປິ່ນຄຳ ໂຮງຮຽນກຽງເກືອຍ ເມືອງຂວາ ແຂວງຜົ້ງສາລີ, 2). ນາງ ສາລີ ພົມເຕດ ໂຮງຮຽນ ມ.ຕ ບຸນເໜືອ ເມືອງບຸນເໜືອ ແຂວງຜົ້ງສາລີ, 3). ທ້າວປີເຕີ້ ແພງພະຈັນ ມ.ຕ ນາມົນໂພນແຍງ ເມືອງເຟືອງ ແຂວງວຽງຈັນ, 4). ນາງ ດາຫວັນ ວັນທະນຸວົງ ບ້ານບຸ່ງພ້າວ ເມືອງທຸລະຄົມ ແຂວງວຽງຈັນ, 5). ທ້າວ ພອນສະຫວັນ ພົມຈະເລີນ ໂຮງຮຽນປະຖົມພູມ່ວງ ເມືອງປາກເຊ ແຂວງຈຳປາສັກ, 6). ນາງ ຕິກຕາ ໂຮງຮຽນປະຖົມເພໄໝ, 7). ນາງ ວະລິດາ ໂຮງຮຽນປະຖົມໂພນງາມ ເມືອງປາກເຊ ແຂວງຈຳປາສັກ, 8). ນາງ ນໍ້າຝົນ ໂຮງຮຽນປະຖົມພູມ່ວງ ເມືອງປາກເຊ ແຂວງຈຳປາສັກ, 9). ທ້າວ ທະວີຊັບ ໂຮງຮຽນປະຖົມໂພນງາມ ເມືອງປາກເຊ ແຂວງຈຳປາສັກ, 10). ນາງ ສີວິວັນ ແສງດາລາ ບ້ານສີສັງວອນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, 11). ທ້າວ ອິນທະວົງ ໂຮງຮຽນສ້າງເຫວີຍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, 12). ນາງ ຂວັນໃຈ ເມືອງປາກງື່ມ ແຂວງວຽງຈັນ, 13). ທ້າວ ທະນຸໄຊ ໂຮງຮຽນສີບຸນເຮືອງ ນະຄອນຫລວງວຽງຈັນ, 14). ນາງ ແຄັດຕີ້ ບ້ານຖິ່ນເພຍ ນະຄອນຫລວງວຽງຈັນ, 15). ນາງ ບົວວົງ ແຂວງຫລວງພະບາງ, 16). ທ້າວບຸນມີ ເມືອງນ້ຳບາກ ແຂວງຫລວງພະບາງ, 17). ທ້າວ ແຢຢາງ ປະຖົມສົມບູນຫົວນາ ເມືອງນໍ້າບາກ ແຂວງຫລວງພະບາງ, 18). ນາງ ເຈນນີ້ ໂຮງຮຽນປະຖົມສົມສະຫວາດ ເມືອງເງິນ ແຂວງໄຊຍະບູລີ, 19). ນາງ ໄນ້ ໂຮງຮຽນປະຖົມເມືອງວາ ແຂວງໄຊຍະບູລີ, 20). ທ້າວ ແຮັບປີ້ ໂຮງຮຽນນາງົວ ແຂວງໄຊຍະບູລີ, 21). ທ້າວ ຕິ່ງ ໂຮງຮຽນປະຖົມຫາດຊາຍຄຳ ເມືອງປາກກະດິງ ແຂວງບໍລິຄຳໄຊ , 22). ເຢັ້ງຢູ່ວ່າງ ໂຮງຮຽນນາໂທ ເມືອງທອງ ແຂວງບໍລິຄຳໄຊ, 23).ທ້າວ ຄຳສະຫວາດ ເມືອງໜອງແຮດ ແຂວງຊຽງຂວາງ, 24). ວິລາພອນ ເມືອງແປກ ແຂວງຊຽງຂວາງ, 25). ນາງ ສຸລິສາ ມ.ຕ ເມືອງໄຊ ແຂວງອຸດົມໄຊ, 26). ບົວເຂັມ ໂຮງຮຽນກິນນອນຊົນເຜົ່າ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, 27). ນາງ ສຸພາພອນ ມ.ຕ ບາເຊັງ ເມືອງນະຄອນໄກສອນ ແຂວງສະຫວັນນະເຂດ, 28). ນາງ ວົງທະສອນ ມ.ຕ ສະຫວັນ ເມືອງໄກສອນ ແຂວງນະຄອນໄກສອນ29). ສຸດາລັດ ມ.ປາຍທ່າແຂກ ແຂວງຄຳມ່ວນ, 30). ສຸລິນ ໂຮງຮຽນໂນນສະຫວ່າງ ເມືອງບູນເໜືອ ແຂວງຜົ້ງສາລີ.
ທ່ານຜູ້ຈັດການໃຫ້ຮູ້ອີກວ່າ: ການຈັດຊິງໂຊກດັ່ງກ່າວ ປີນີ້ແມ່ນເປັນປີທີ 3 ແລ້ວ ທີ່ບໍລິສັດຄອນເກດ ປາມໂອລິຟເຄີຍຈັດມາ, ດ້ວຍກະຕິກກາງ່າຍໆ ພຽງແຕ່ນ້ອງນັກຮຽນປະຖົມສຶກສາຢູ່ໂຮງຮຽນຕ່າງໆໃນຂອບເຂດທົ່ວປະເທດສາມາດຂຽນຊື່ຕົນເອງ, ໂຮງຮຽນ, ບ້ານ, ເມືອງ, ແຂວງ, ນະຄອນຫລວງ ພ້ອມເບີໂທລະສັບເພື່ອຕິດຕໍ່ລົງໃສ່ກ່ອງຜະລິດຕະພັນຄອນເກດແລ້ວປ່ອນລົງໃສ່ກ່ອງຮັບຊິ້ນສ່ວນຊິງໂຊກຕາມໂຮງຮຽນຕ່າງໆທີ່ບໍລິສັດຕັ້ງໄວ້ກໍສາມາດຮັງຊິງໂຊກລາງວັນດັ່ງກ່າວໄດ້ເລີຍ.