ດີໃຈນຳນະຄອນຫລວງ ຈະເລັ່ງປັບປຸງການເກັບມ້ຽນຂີ້ເຫຍື້ອໃຫ້ສະອາດ

ໂດຍ: ທ່ຽງທຳ
ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ຈາກນີ້ໄປພວກ ເຮົາຈະບໍ່ໄດ້ເຫັນສະພາບການລັກສວຍໂອກາດຖິ້ມຂີ້ເຫຍື້ອຊະຊາຍ ດັ່ງຜ່ານ ມາອີກ, ພາຍຫລັງອົງການ ພັດທະນາ ແລະ ບໍລິຫານຕົວເມືອງ (ອພບ) ນະຄອນຫລວງວຽງຈັນ ຈະເລັ່ງປັບ ປຸງການເກັບມ້ຽນ ແລະ ກຳຈັດຂີ້ເຫຍື້ອ ໃຫ້ແຂງແຮງກວ່າເກົ່າເພື່ອແນໃສ່ເຮັດໃຫ້ການປະຕິບັດຄຳຂວັນ ສ ສະ ອາດຂອງຕົວເມືອງຫລວງ ປະກົດຜົນເປັນຈິງ, ເພາະຜ່ານມາ ໄດ້ມີຫລາຍບັນຫາທີ່ເຮັດໃຫ້ການຈັດຕັ້ງ ປະຕິບັດວຽກງານ ດັ່ງກ່າວ ຍັງບໍ່ທັນມີປະສິດທິຜົນເທົ່າທີ່ຄວນຄືມື້ໜຶ່ງຢູ່ນະຄອນຫລວງວຽງຈັນ ຜະລິດຂີ້ເຫຍື້ອອອກປະມານ 300-350 ໂຕນແຕ່ຕົວຈິງ ສາມາດເກັບ ແລະ ນຳໄປກຳຈັດໄດ້ພຽງປະມານ 200-250 ໂຕນ ເທົ່ານັ້ນ ແລະ ຍັງອີກປະມານ 100 ໂຕນຍັງປະເປັນພາລະໃຫ້ ສັງຄົມ, ສ້າງຄວາມບໍ່ຈົບ ງາມໃຫ້ຕົວເມືອງ, ກໍ່ໃຫ້ ເກີດການຖິ້ມຂີ້ເຫຍື້ອຢ່າງ ຊະຊາຍສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການ ປະຕິບັດນະໂບບາຍ ສ ສະ ອາດມີຄວາມຄືບໜ້າຊ້າ.
ພະນັກງານ ອພບ ໃຫ້ ເຫດຜົນວ່າ: ຍ້ອນຫລາຍສາເຫດທີ່ຈະຕ້ອງໄດ້ແກ້ໄຂນັບທັງຜູ້ປະກອບການຈັດເກັບຂີ້ເຫຍື້ອກໍຈະຕ້ອງໄດ້ເພີ່ມຄວາມຂະຍັນ, ເພີ່ມພາຫະນະຈັດເກັບໃຫ້ທົ່ວເຖິງ, ພ້ອມນັ້ນ ກໍຈະຕ້ອງໄດ້ເພີ່ມທະວີການໂຄສະນາປູກຈິດ ສຳນຶກໃຫ້ສັງຄົມເຂົ້າໃຈ ເລິກເຊິ່ງເຖິງການຮັກສາອະນາໄມສິ່ງແວດລ້ອມ ແລະ ຕົວເມືອງ, ເພື່ອບໍ່ໃຫ້ ມີການປະພືດຖິ້ມຂີ້ເຫຍື້ອຊະຊາຍ, ພ້ອມເອົາໃຈໃສ່ ຮ່ວມມືກັບໜ່ວຍງານກຳຈັດ ແລະ ເກັບມ້ຽນຂີ້ ເຫຍື້ອໃຫ້ດີຂຶ້ນກວ່າເກົ່າ./.