ບອນມັດ ຕັ້ງຄ່າຕົວ ວິລສັນ ແພງສຸດ
ບອນມັດ ຕົກເປັນຂ່າວຕັ້ງລາຄາ ຄັລລຳ ວິລສັນ ດາວຍິງຄົນເກັ່ງແພງສຸດໆ ຫລັງນັກເຕະໂຊຟອມສຸດເກັ່ງ ຈົນກາຍເປັນເປົ້າໝາຍຂອງ ເຊລຊີ ແລະ ສະໂມສອນອື່ນໆໃນໜ້າໜາວນີ້.
ບອນມັດ ສະໂມສອນແຫ່ງພຣີເມຍລີກ ຕົກເປັນຂ່າວວ່າໄດ້ຕັ້ງລາຄາຄ່າຕົວ ຄັລລຳ ວິລສັນ ຫົວຫອກຄົນເກັ່ງ ເອົາໄວ້ຢ່າງມະຫາໂຫດສູງເຖິງ 70 ລ້ານປອນ ຫລັງຈາກນັກເຕະຕົກເປັນເປົ້າໝາຍຂອງທີມຕ່າງໆ ໃນຊ່ວງເປີດຕະຫລາດຊື້-ຂາຍນັກເຕະໜ້າໜາວນີ້.
ກອງໜ້າຊາວອັງກິດ ສ້າງຜົນງານໄດ້ໜ້າປະທັບໃຈກັບການຍິງໄປແລ້ວ 9 ປະຕູ ແລະ ເຮັດໄດ້ 5 ແອສຊິສ ໃນພຣີເມຍລີກລະດູການນີ້ ຈຶ່ງບໍ່ແມ່ນເລື່ອງໜ້າປະຫລາດໃຈທີ່ລາວຕົກເປັນເປົ້າໝາຍຂອງສະໂມສອນຕ່າງໆ ລວມທັງ ເຊລຊີ ໃນເດືອນມັງກອນນີ້.
ເຖິງຢ່າງໃດກໍຕາມ, ບໍ່ແມ່ນເລື່ອງງ່າຍສຳລັບຍອດທີມແຫ່ງນະຄອນຫລວງລອນດອນ ລວມທັງທີມອື່ນໆທີ່ຢາກຈະໄດ້ນັກເຕະໄວ 26 ປີ ໄປຮ່ວມທັບ ເນື່ອງຈາກຫລ້າສຸດ ບອນມັດ ໄດ້ປະກາດແລ້ວວ່າ: ສະໂມສອນໃດທີ່ຕ້ອງການຕ້ອງຈ່າຍເງິນເຖິງ 70 ລ້ານປອນ.
ກ່ອນໜ້ານີ້ ບອນມັດ ຫາກໍຍອມຈ່າຍເງິນເຖິງ 19 ລ້ານປອນ ຊື້ ໂດມິນິກ ໂຊລັນກີ້ ຫົວຫອກດາວຮຸ່ງມາຈາກ ລິເວີພູລ ແລະ ເຊື່ອວ່າລາວຖືກດຶງເຂົ້າມາເພື່ອເປັນຕົວແທນຂອງ ວິລສັນ ທີ່ກຽມຈະຍ້າຍໄປຢູ່ກັບສະໂມສອນອື່ນໃນເຄິ່ງຫລັງຂອງລະດູການນີ້.