ໄຂ້ຫວັດໃຫຍ່ລະບາດທົ່ວປະເທດຢູ່ຈີນ
ສູນໄຂ້ຫວັດໃຫຍ່ແຫ່ງຊາດຈີນ ລາຍງານວ່າ: ປະຊາຊົນຈຳນວນເພີ່ມຂຶ້ນຕິດເຊື້ອລະບົບທາງເດີນຫາຍໃຈ ທ່າມກາງສະຖານະການໄຂ້ຫວັດໃຫຍ່ລະບາດທົ່ວປະເທດ.
ສູນເຝົ້າລະວັງໄຂ້ຫວັດໃຫຍ່ຈີນ ລາຍງານວ່າ: ການລະບາດແຜ່ກະຈາຍໄປຕາມແຂວງຕ່າງໆ ແລະ ມີຜູ້ປ່ວຍລະບົບທາງເດີນຫາຍໃຈເພີ່ມຂຶ້ນ, ໂຮງໝໍຫລາຍແຫ່ງຢູ່ແຂວງຝູຈ້ຽນ ທາງພາກຕາເວັນອອກມີຜູ້ປ່ວຍໄຂ້ຫວັດໃຫຍ່ຈຳນວນຫລາຍມາເຂົ້າຮັບການປິ່ນປົວໃນໄລຍະຜ່ານມາ ແລະ ສ່ວນຫລາຍເປັນເດັກ. ຕາມປົກກະຕິພະແນກເດັກ ຢູ່ໂຮງໝໍແມ່ ແລະ ເດັກ ໃນແຂວງຝູຈ້ຽນ ມີຄົນໄຂ້ປິ່ນປົວມື້ລະ 1.000 ຄົນ, ແຕ່ໃນປີນີ້ເພີ່ມຈຳນວນເປັນມື້ລະ 1.700 ຄົນ ສ່ວນຫລາຍມີອາການໄຂ້ ແລະ ເປັນຫວັດ, ເດັກນ້ອຍມີໂອກາດຕິດເຊື້ອໃນໄລຍະໄຂ້ຫວັດໃຫຍ່ລະບາດຫລາຍທີ່ສຸດ ເຊິ່ງມັກມີອາການເຈັບຫົວ, ເຈັບຄໍ, ປວດເມື່ອຍຕາມຮ່າງກາຍ ແລະ ອາດເຖິງຂັ້ນປອດອັກເສບໄດ້, ສ່ວນແພດໂຮງໝໍແຂວງຊານຕົງຕ້ອງເຮັດວຽກຕະຫລອດ 20 ຊົ່ວໂມງ ເພື່ອປິ່ນປົວຜູ້ປ່ວຍໄຂ້ຫວັດໃຫຍ່ທີ່ເຂົ້າມາເລື້ອຍໆ.