ນາຍົກອັງກິດຮຽກຮ້ອງໃຫ້ ລັດຖະສະພາສະໜັບສະໜູນສັນຍາ ຖອນອອກຈາກສະຫະພາບເອີຣົບ
ວັນທີ 14 ມັງກອນນີ້, ທ່ານນາງ ເທເຣຊາ ເມ ນາຍົກ ລັດຖະມົນຕີອັງກິດ ໄດ້ຮຽກ ຮ້ອງໃຫ້ສະມາຊິກສະພາຕ່ຳປະ ເທດຕົນໃຫ້ການສະໜັບສະໜູນ ສັນຍາຖອນອອກຈາກສະຫະພາບເອີຣົບໃນການປ່ອນບັດລົງ ຄະແນນສຽງທີ່ຈັດຂຶ້ນໃນວັນທີ 15 ມັງກອນນີ້.
ສະພາຕ່ຳອັງກິດໄດ້ຕົກລົງ ຈະປ່ອນບັດລົງຄະແນນສຽງກ່ຽວກັບສັນຍາຖອນອອກຈາກ ສະຫະພາບເອີຣົບລະຫວ່າງລັດ ຖະບານອັງກິດ-ສະຫະພາບ ເອີຣົບ ໃນວັນທີ 15 ມັງກອນນີ້. ທ່ານນາງ ເທເຣຊາ ເມ ກ່າວ ໃນວັນທີ 14 ມັງກອນນີ້ວ່າ: ຖ້າ ສະພາຕ່ຳອັງກິດປະຕິເສດສັນຍາດັ່ງກ່າວ, ສຸດທ້າຍແລ້ວຈະ ເຮັດໃຫ້ອັງກິດບໍ່ສາມາດຖອນອອກຈາກສະຫະພາບເອີຣົບໄດ້ ເຊິ່ງຈະເປັນການທຳລາຍ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ປະເທດຕົນຢ່າງໜັກ ໜ່ວງ.
ທ່ານນາງ ເທເຣຊາ ເມ ກ່າວວ່າ: ໃນລັດຖະສະພາມີ ບາງຄົນຫວັງໃຫ້ເລື່ອນເວລາຈົນກ້າວໄປເຖິງຂັ້ນຢຸດຕິຂະ ບວນການຖອນອອກຈາກສະຫະພາບເອີຣົບ. ຖ້າຫາກສັນຍາ ດັ່ງກ່າວຖືກປະຕິເສດນັ້ນໝາຍຄວາມວ່າອັງກິດອາດຈະບໍ່ ຖອນອອກຈາກສະຫະພາບເອີຣົບຫຼາຍກວ່າການຢາກຖອນອອກຈາກສະຫະພາບເອີຣົບ ໂດຍບໍ່ມີສັນຍາ. ທ່ານນາງ ເທ ເຣຊາ ເມ ກ່າວມາຫຼາຍຄັ້ງແລ້ວ ວ່າ: ການຖອນອອກຈາກສະ ຫະພາບເອີຣົບແມ່ນການຕັດສິນ ໃຈຂອງປະຊາຊົນອັງກິດ, ລັດ ຖະບານອັງກິດຄວນສຸມໃສ່ບັນລຸເປົ້າໝາຍດັ່ງກ່າວ.