ເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງທົ່ວກອງທັບ
ປະກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງທົ່ວກອງທັບຈາກ ພົນຈັດຕະວາ ຂຶ້ນ ພົນຕີ 4 ສະຫາຍ, ພັນເອກ ຂຶ້ນ ພົນຈັດຕະວາ 12 ສະຫາຍ ແລະ ພັນໂທ ຂຶ້ນ ພັນເອກ 45 ສະຫາຍ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 11 ມັງກອນ 2019 ຜ່ານມານີ້ ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳກະຊວງປ້ອງກັນປະເທດ, ຕາງໜ້າຄະນະຈັດຕັ້ງສູນກາງພັກ, ພະນັກງານຫລັກແຫລ່ງໃນກະຊວງເຂົ້າຮ່ວມເປັນຈຳນວນຫລາຍ.
ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນນາຍທະຫານຈາກພົນຈັດຕະວາຂຶ້ນພົນຕີ ແລະ ຈາກພັນເອກຂຶ້ນພົນຈັດຕະວາ ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຈາກພັນໂທຂຶ້ນພັນເອກຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ໃນນັ້ນ ໄດ້ຮັບການເລື່ອນຊັ້ນຂຶ້ນພົນຕີມີພົນຈັດຕະວາ ປະສິດ ທ່ຽງທຳ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ພົນຈັດຕະວາ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ພົນຈັດຕະວາ ຄຳຫລ້າ ພັນໄຊຍະສຸກ ຫົວໜ້າການເມືອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ພົນຈັດຕະວາ ກິລະກອນ ບຸນນະຜົນ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ໄດ້ຮັບການເລື່ອນຊັ້ນຂຶ້ນພົນຈັດຕະວາມີ ພັນເອກ ແກ້ວສຸວັນ ອິນທະວົງສາ ຫົວໜ້າການທະຫານ ວປກ, ພັນເອກ ຄຳໝັ້ນ ວັນນະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງໄຊຍະບູລີ, ພັນເອກ ຈະເລີນ ວົງວິໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ, ພັນເອກ ແສງຍືນ ລັດສະໝີ ຫົວໜ້າການເມືອງກອງພົນທີ 1, ພັນເອກ ບຸນແຍງ ວິໄລສົມ ຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ພັນເອກ ຄຳຄິດ ໄຊສົງຄາມ ຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ, ພັນເອກ ອຸລະຫາ ທອງວັນທາ ຫົວໜ້າອຳນວຍການບໍລິສັດສະຕາໂທລະຄົມ, ພັນເອກ ບຸນມາ ຈັນທະວົງສາ ຫົວໜ້າອຳນວຍການບໍລິສັດລາວເດີນອາກາດ, ພັນເອກ ສາຍໃຈ ກົມມະສິດ ຫົວໜ້າການທະຫານກອງພົນທີ 1, ພັນເອກ ບຸນທອນ ສິດສຸວົງ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ພັນເອກ ພູມີ ດາລາເພັດ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ພັນເອກ ບຸນເດື່ອງ ພັນສົດໃສ ຮອງຫົວໜ້າຫ້ອງການຄະນະກຳມະການ ປກສ-ປກຊ ສູນກາງ ແລະ ມີນາຍທະຫານໄດ້ຮັບເລື່ອນຊັ້ນພັນເອກຈາກກຳລັງຫລວງ ແລະ ກຳລັງທ້ອງຖິ່ນທົ່ວກອງທັບ ຈຳນວນ 45 ສະຫາຍ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນຕໍ່ນາຍທະຫານຊັ້ນສູງທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ໂດຍໄດ້ເນັ້ນໜັກໃຫ້ນາຍທະຫານຂັ້ນສູງແຕ່ລະສະຫາຍສືບຕໍ່ເຝິກຝົນຫລໍ່ຫລອມຕົນເອງໃນຮອບດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ເປັນຫລັກແຫລ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດບົນພື້ນຖານປະຕິບັດຕາມຫລັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ, ພ້ອມກັນກໍ່ສ້າງກອງທັບກ້າວຂຶ້ນເປັນກອງທັບປະຕິວັດມີແບບແຜນ ແລະ ທັນສະໄໝ, ໃນໄລຍະທີ່ຈັດຕັ້ງສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ແຕ່ລະກົມກອງຕ້ອງຮັບປະກັນໃຫ້ມີຜົນສຳເລັດອັນຈົບງາມ ຕ້ອງຮັບປະກັນຄວາມສະຫງົບປອດໄພ 100% ເພື່ອເຮັດໃຫ້ການສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວໃນປີນີ້ກາຍເປັນປາງບຸນໃຫຍ່ສຳຄັນທາງປະຫວັດສາດຂອງຊາດ ກໍຄືຂອງກອງທັບເຮົາ.